ECLAC ສ້າງ​ຂີດ​ໝາຍ 75 ປີ​ແຫ່ງວັນ​ເຄື່ອນ​ໄຫວ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ພາກ​ພື້ນອາ​ເມ​ລິ​ກາ ລາ​ຕິນ ແລະ Caribbe

(VOVWORLD) -ທ່ານ Jose Manuel Salazar-Xirinachs ເລຂາທິການຝ່າຍບໍລິຫານ ECLAC ຊີ້ແຈ້ງວ່າ ອົງການນີ້ໄດ້ເລີ່ມຕົ້ນໄລຍະເຄື່ອນໄຫວໃໝ່ ບໍ່ພຽງແຕ່ເພື່ອແນໃສ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສາມາດສືບຕໍ່ເຮັດວຽກ ແລະ ຮັບໃຊ້ພາກພື້ນ ອາເມລິກາລາຕິນ ແລະ Caribbe ໃຫ້ດີກ່ວາອີກ
ECLAC ສ້າງ​ຂີດ​ໝາຍ 75 ປີ​ແຫ່ງວັນ​ເຄື່ອນ​ໄຫວ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ພາກ​ພື້ນອາ​ເມ​ລິ​ກາ ລາ​ຕິນ ແລະ Caribbe  - ảnh 1ພາບປະກອບ: Reuters

ວັນທີ 25 ກຸມພາ, ຄະນະກຳມະການເສດຖະກິດ ອາເມລິກາລາຕິນ ແລະ Caribbe ຂອງ ສປຊ (ECLAC) ໄດ້ປະກາດແຜນການຈັດຕັ້ງຫຼາຍເຫດການໃນປີນີ້ເພື່ອແນໃສ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ. ໃນຄຼິບວີດີໂອ ປະກາດທີ່ໄດ້ເອົາລົງໃນເວັບໄຊທາງການຂອງ ຄະນະກຳມະການ, ທ່ານ Jose Manuel Salazar-Xirinachs ເລຂາທິການຝ່າຍບໍລິຫານ ECLAC ຊີ້ແຈ້ງວ່າ ອົງການນີ້ໄດ້ເລີ່ມຕົ້ນໄລຍະເຄື່ອນໄຫວໃໝ່ ບໍ່ພຽງແຕ່ເພື່ອແນໃສ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສາມາດສືບຕໍ່ເຮັດວຽກ ແລະ ຮັບໃຊ້ພາກພື້ນ ອາເມລິກາລາຕິນ ແລະ Caribbe ໃຫ້ດີກ່ວາອີກ. ທ່ານຊີ້ແຈ້ງວ່າ ໃນຊຸມປີຜ່ານມາ, ECLAC ໄດ້ມານະພະຍາຍາມສະສົມຈິນຕະນາການ ເພື່ອປ່ຽນແປງສະພາບການປັດຈຸບັນ, ວາງອອກບັນດາຂໍ້ກຳນົດ ແລະ ການຄັດເລືອກ, ບຸລິມະສິດເພື່ອຄວາມກ້າວໜ້າຂອງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ