ECOWAS ຍື່ນຄຳຂາດຕໍ່ອຳນາດການປົກຄອງການທະຫານ ນີເຊ

(VOVWORLD) - ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ECOWAS ໃຫ້ເວລາອາທິດໜຶ່ງແກ່ອຳນາດການປົກຄອງການທະຫານຂອງ ນີເຊ

ວັນທີ 30 ກໍລະກົດ, ບັນດາການນຳປະຊາຄົມເສດຖະກິດບັນດາປະເທດ ອາບຟຣີກາ ຕາເວັນຕົກ (ECOWAS) ໄດ້ຈັດກອງປະຊຸມສຸດຍອດດ່ວນຂອງ ECOWAS ຢູ່ນະຄອນຫຼວງ Abuja, ປະເທດ ນີເຊຣີ. ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ECOWAS ໃຫ້ເວລາອາທິດໜຶ່ງແກ່ອຳນາດການປົກຄອງການທະຫານຂອງ ນີເຊ ເພື່ອປະລະສິດອຳນາດ, ປ່ອຍຕົວເປັນອິດສະຫຼະ ແລະ ຟື້ນຟູຕຳແໜ່ງໃຫ້ທ່ານປະທານາທິບໍດີ Mohamed Bazoum ທີ່ຖືກຈັບຕົວໃນວັນທີ 26 ກໍລະກົດຜ່ານມາ. ພ້ອມນັ້ນ, ອົງການນີ້ກໍ່ປະກາດຈັດວາງຄຳສັ່ງລົງໂທດດ້ານການເງິນຕໍ່ກັບ ນີເຊ, ຕາມນັ້ນແລ້ວ ກໍ່ໄດ້ຢຸດທຸກການທະລຸກຳດ້ານການຄ້າ, ການເງິນລະຫວ່າງບັນດາປະເທດ ECOWAS ແລະ ນີເຊ.

        ວັນທີ 26 ກໍລະກົດຜ່ານມາ, ບັນດາທະຫານນີເຊ ໄດ້ໂຄ່ນລົ້ມ ທ່ານ Bazoum, ປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງແບບປະຊາທິປະໄຕ  ແລະ ກັກຂັງທ່ານໃນທຳນຽບປະທານາທິບໍດີ, ພ້ອມທັງປິດຊາຍແດນ ແລະ ປະກາດກົດໄອຍະການເສິກໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ