El Savador ຖືການເພີ່ມທະວີ ແລະ ພັດທະນາການພົວພັນກັບຫວຽດນາມ ເປັນສຳຄັນ

El Savador ຖືການເພີ່ມທະວີ ແລະ ພັດທະນາການພົວພັນກັບຫວຽດນາມ ເປັນສຳຄັນ - ảnh 1
ທ່ານ​ປະທານາທິບໍດີ El Savador, Mauricio Funes Caragena
(ພາບ: vanguardia.com)


(vovworld) -     El Savador ຖື​ການ​ເພີ່ມ​ທະວີ​, ​ພັດທະນາ​ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມມື​ຫຼາຍ​ດ້ານ​ກັບ​ຫວຽດນາມ ​ເປ​ັນສຳຄັນ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງທ່ານ​ປະທານາທິບໍດີ El Savador, Mauricio Funes Caragena ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ແທງ​ຕຸ່ງ ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ, ​ໃນ​ວັນ​ທີ 11/01. ຕາມ​ທ່ານ​ປະທານາທິບໍດີ Mauricio Funes Caragena ​ແລ້ວ, El Savador ຢາກ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. El Savador ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເຂົ້າມາ​ລົງທຶນ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ກາງ ນີ້. ທ່ານ​ປະທານ​ນາ​ທິບໍດີ El Savador ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​​ໃນ​ໄລຍະ​ຈະ​ມາ​ເຖິງໂດຍ​ໄວ, ພ້ອມ​ທັງຢືນຢັນ​ວ່າ ຍາມ​ໃດລັດຖະບານ ​ແລະ ປະຊາຊົນ El Savador ​​ເຄົາລົບມູນ​ເຊື້ອປະຫວັດສາດ​ທີ່​ອົງອາດ​ກ້າ​ແກ່ນ​ຂອງ​ຫວຽດນາມ ​ແລະ ໝາກຜົນ​​ແຫ່ງ​ການ​ປ່ຽນ​ໃໝ່​ເຊິ່ງປະຊາຊົນ​ຫວຽດນາມ ​ບັນລຸ​ໄດ້​ໃນ​ຕະຫຼອດ 30 ປີຜ່ານມາ.

ຂ່າວ/ບົດ​ອື່ນ