EU, AU ແລະ ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາຊຸກຍູ້ລັດທິຫຼາຍຝ່າຍ

(VOVWORLD) -ສະຫະພາບເອີລົບ (EU), ສະຫະພາບອາຟະລິກາ (AU) ແລະ ສະຫະປະຊາຊາດ ໄດ້ຢືນຢັນຄຳໝັ້ນສັນຍາຮ່ວມກ່ຽວກັບການຊຸກຍູ້ລະບົບຫຼາຍຝ່າຍຢ່າງມີປະສິດທິຜົນຄືນໃໝ່.

ໃນແຈ້ງການຮ່ວມເຊິ່ງໄດ້ຍົກອອກມາໃນວັນທີ 24 ກັນຍາ, ພາຍຫຼັງກອງປະຊຸມ 3 ຝ່າຍປະຈຳປີຢູ່ນິວຢອກ, ປະເທດອາເມລິກາ, EU, AU ແລະ ສະຫະປະຊາຊາດ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມພ້ອມແລ້ວທີ່ຈະສືບຕໍ່ຍົກອອກບັນດາມາດຕະການເພື່ອແນໃສ່ເພີ່ມທະວີການສົມທົບກັນໃນການແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ ໂດຍຜ່ານການຮ່ວມມືສາກົນ. EU, AU ແລະ ສະຫະປະຊາຊາດມີແນວຄິດຍູ້ແຮງການສົມທົບກັນ ແລະ ຮ່ວມມືກັນ ນັບທັງທາງດ້ານການເມືອງ, ເສດຖະກິດ ແລະ ການກະທຳໃນຫຼາຍບັນຫາ, ພິເສດແມ່ນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ຜັນຂະຫຍາຍໂຄງການພັດທະນາແບບຍືນຍົງຮອດປີ 2030 ແລະ ໂຄງການດຳເນີນງານຂອງ AU 2063, ຊຸກຍູ້ການເຕີບໂຕຢ່າງຮອບດ້ານ ແລະ ຍືນຍົງ, ບັນດາສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ…

ຕອບກັບ

ຂ່າວ/ບົດ​ອື່ນ