EU ກຽມພ້ອມບັນດາມາດຕະການໂຕ້ຕອບດ້ານການຄ້າກັບອາເມລິກາ

(VOVWORLD) -ສະຫະພາບເອີລົບ (EU) ກຽມພ້ອມບັນດາມາດຕະການໂຕ້ຕອບອາເມລິກາ, ລວມທັງເລື່ອງຈັດວາງອັດຕາພາສີນຳເຂົ້າ
EU ກຽມພ້ອມບັນດາມາດຕະການໂຕ້ຕອບດ້ານການຄ້າກັບອາເມລິກາ - ảnh 1 (ພາບປະກອບ: Brookings Institution)

ແນໃສ່ເຄື່ອງໝາຍການຄ້າໃຫຍ່ບາງຍີ່ຫໍ້ຂອງວໍຊິງຕັນ ຄືລົດຈັກ Harley Davidson ຖ້າຫາກອາເມລິກາ ໂຈະການເພີ່ມອັດຕາພາສີສຳລັບສິນຄ້າເຫຼັກກ້າ ແລະ ອາລູມີນຽມ ນຳເຂົ້າຈາກ EU ໄວ້ຊົ່ວຄາວ. ການນຳ EU ບັນລຸໄດ້ຄວາມເຫັນດີເຫັນພ້ອມດັ່ງກ່າວໃນກອງປະຊຸມດຳເນີນຢູ່ບຣຸກແຊນ, ປະເທດແບນຊິກ ໃນວັນທີ 23 ມີນາ, ຄຳຖະແຫຼງຊີ້ແຈ້ງວ່າ EU ຈະ “ຮັກສາສິດຂອງຕົນ, ເໝາະສົມກັບບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO)”, ເພື່ອໂຕ້ຕອບບັນດາມາດຕະການຂອງອາເມລິກາ ຕາມວິທີທີ່ເໝາະສົມ”.

        ຖະແຫຼງການຂອງ EU ໄດ້ຍົກອອກມາເມື່ອອາເມລິກາ ຫາກໍ່ປະກາດຂໍ້ຕົກລົງໂຈະການຈັດວາງອັດຕາພາສີນຳເຂົ້າສຳລັບເຫຼັກກ້າ ແລະ ອາລູມີນຽມໃໝ່ໄວ້ຊົ່ວຄາວ ຮອດວັນທີ 01 ພຶດສະພາ ສຳລັບບັນດາຄູ່ຮ່ວມມືການຄ້າຕົ້ນຕໍຂອງອາເມລິກາ, ໃນນັ້ນມີ EU.

ຕອບກັບ

ຂ່າວ/ບົດ​ອື່ນ