EU ຍູ້ແຮງການຕ້ານການໜີພາສີ

EU ຍູ້ແຮງການຕ້ານການໜີພາສີ - ảnh 1

vovworld) -          ​ນັບ​ແຕ່ນີ້​ຮອດ​ທ້າຍ​ປ​ີ ຕ້ອງ​ຍົກ​ເລີກ​ທຸກ​ຄວາມ​ປິດ​ລັບ​ຢູ່​ບັນ​ດາ​ທະ​ນາ​ຄານ​ເພື່ອ​ຫລີກ​ລ້ຽງ​ສະ​ພາບ​​ຮົ່ວ​ໄຫລ​​ເງິນ​ນັບ​ພັນ​ຕື້ ເອີ​ໂຣ​ໃນ​ແຕ່​ລະ​ປີ ນັ້ນ​ແມ່ນ​ຈຸດ​ໝາຍ​ຊື່ງ​ບັນ​ດາ​ການ​ນຳ ສະ​ຫະ​ພາບ​ເອີ​ລົບ ​ເປັນ​ເອ​ກະ​ພາບ​ນຳ​ກັນທີ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການນີ້ ທີ່​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 22/5 ຢູ່ ແບ​ນ​ຊິກ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງ​ການ Oxfam, ປະ​ຈຸ​ບັນ ມີກວ່າ 12.000 ຕື້ USD ​ແມ່ນ​ຈຳນວນ​ເງິນ​ໜີ​ພາ​ສີ​​ກ່ຽວ​ຂ້ອງ​ເຖິງ ອີ​ຢູ, ໃນ​ນັ້ນ ອັງ​ກິດ ແລະ ບັນ​ດາ​ປະ​ເທດ​​ເມືອງ​ຂຶ້ນ​ຂອງ​ອັງ​ກິດກວມກວ່າ​ເຄິ່ງ​ຫ​ນຶ່ງ. ປະ​ຈຸ​ບັນ ກົນ​ໄກ​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ຂອງທະ​ນາ​ຄານ​ພຽງ​​ແຕ່ນຳ​ໃຊ້​ສຳ​ລັບ​ບັນ​ຊີ​ເງິນ​ຝາກ​​ເທົ່າ​ນັ້ນ. ສະ​ນັ້ນ ການ​ນຳ​ຈຳ​ນວນ​ຫ​ນື່ງ​ໃນ ອີ​ຢູ ຢາກ​ເປີດກວ້າງ​ກົນ​ໄກ​ນີ້​ໄປ​ສູ່​ບ້ວງ​ພາ​ສີ​ຂອງ​ບໍ​ລິ​ສັດ, ຍ້ອນ​ປະ​ຈຸ​ບັນ ບາງ​ບໍ​ລິ​ສັດ​​ໃຫຍ່ຖືກ​ຕຳ​ນິ​ຕິ​ຕຽນ​ວ່າ ພຽງ​ແຕ່ເສຍ​ພາ​ສີ​ໃນ​ລະດັບ​​ຕ່ຳ​​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ