EU ບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານປີ 2015

EU ບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານປີ 2015 - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 09/12, ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (EU) ​ແລະ ລັດຖະສະພາ​ເອີ​ລົບ (EP) ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ງົບປະມານ​ປີ 2015 ພາຍຫຼັງ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍກັນ​ທີ່​ໃຫຍ່​ຫຼວງ. ຕາມ​ນັ້ນ​ແລ້ວ, ງົບປະມານ​ໃຫ້ EU ​ໃນ​ປີ 2015 ຈະ​ແມ່ນ 174,5 ຕື້ USD. ຕາມ​ທ່ານ Pier Carlo Padoan, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອີ​ຕາ​ລີ ​​ເຊິ່ງ​ແມ່ນປະ​ເທດ​ພວມ​ເປັນ​ປະທານ​ຜັດປ່ຽນ​ກັນ​ຂອງສະພາ​ເອີ​ລົບ ​ແລ້ວ, ຂໍ້​ຕົກລົງ​ຈະ​ຊ່ວຍ​ໃຫ້ EU ​ຊຳລະ​ບ້ວງ​ເງິນ​ຕ່າງໆ ​ແລະ ບໍ່​ທຳລາຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ໃນ​ການ​ປັບປຸງ​ດ້ານເງິນ​ພາກ​ລັດ, ພ້ອມ​ທັງ​ສ້າງ​ກຳລັງ​ໜູນ​ທີ່​ຈຳ​ເປັນ​ໃຫ້​ແກ່ການ​ເຕີບ​ໂຕ ​ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃນ​ອະນາຄົດ. ​ໃນ​ຍອດ​ຈຳ​ນອນ​ງົບປະມານ​ດັ່ງກ່າວ, EU ຈະ​ສະຫງວນ 8 ຕື້​ໂອ​ໂຣ ​ໃຫ້​ແຜນການ​ຊຸກຍູ້​ເສດຖະກິດ EU ຂອງ​ທ່ານ​ປະທານຄະນະ​ກຳມະການ​ເອີ​ລົບ Jean Claude Jumcker.

        ຕາມ​​ແຜນການ​ແລ້ວ, ຄະນະ​ກຳມະການ​ງົບປະມານ​ຂອງ Ep ຈະ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ວັນ​ທີ 11/12, ສະພາ​ເອີ​ລົບ ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ງົບປະມານ​ໃນ​ວັນ​ທີ 12/12 ​ແລະ EP ຈະ​ອະນຸມັດ​ຜ່ານ​ໃນ​ວັນ​ທີ 17/12.

ຂ່າວ/ບົດ​ອື່ນ