EU ສະໜັບສະໜູນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກຕາມກົດໝາຍ ສາກົນ

(VOVWORLD) -ວັນທີ 21 ພະຈິກ, EU ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ພ້ອມທັງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີອີງຕາມກົດໝາຍສາກົນ.
EU ສະໜັບສະໜູນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກຕາມກົດໝາຍ ສາກົນ - ảnh 1ກ່ຳປັ່ນຕຳຫຼວດທະເລຂອງ ຈີນ ຢູ່ທະເລຕາເວັນອອກ
(ພາບປະກອບ: Reuters)

ໃນຖະແຫຼງການ, EU ໄດ້ຢັ້ງຢືນຄືນໃໝ່ເລື່ອງຄັດຄ້ານຢ່າງແຮງ ບັນດາການເຄື່ອນໄຫວຕາມລຳພັງຝ່າຍດຽວ ກໍ່ຄວາມເສຍຫາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ກໍ່ຄືຄວາມເປັນລະບຽບຮຽບຮ້ອຍ ຕາມກົດໝາຍສາກົນ. ພ້ອມກັນນັ້ນ EU ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ທຸກຝ່າຍຕ້ອງເຄົາລົບຄວາມເສລີໃນການເດີນເຮືອ ແລະ ການເດີນບິນຢູ່ທະເລຕາເວັນອອກ; ສະແດງໃຫ້ເຫັນການສະໜັບສະໜູນວິວັດທະນາການໂດຍ ອາຊຽນ ນຳພາ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ