EU ເຫັນດີຕໍ່ວິທີສຳພັດໃໝ່ສຳລັບບັນດາ FTA

(VOVWORLD) - ວັນທີ 22 ພຶດສະພາ, ລັດຖະມົນຕີການຄ້າບັນດາປະເທດຂຶ້ນກັບສະຫະພາບເອີລົບ (EU) ໄດ້ເຫັນດີກັບວິທີສຳພັດໃໝ່ໃນການລົງນາມ ແລະ ໃຫ້ສັດຕະຍາບັນບັນດາສັນຍາການຄ້າເສລີ (FTA)

ຕາມນັ້ນແລ້ວ, ສັນຍາສະບັບໜຶ່ງອາດຈະໄດ້ໃຫ້ສັດຕະຍາບັນ ຫາກບໍ່ຕ້ອງການຮັບເອົາຄຳເຫັນຈາກລັດຖະສະພາບັນດາປະເທດສະມາຊິກ. ຈຸດປະສົງຂອງວຽກງານດັ່ງກ່າວແມ່ນເພື່ອແນໃສ່ເພີ່ມລະດັບຄວາມໄວໃນການດຳເນີນບັນດາການເຈລະຈາດ້ານການຄ້າຂອງ EU ກັບບັນດາຄູ່ຮ່ວມມື. ວິທີສຳພັດໃໝ່ດັ່ງກ່າວໄດ້ອະນຸຍາດໃຫ້ EU ສາມາດຫຼີກລ້ຽງກໍລະນີບັນດາສັນຍາພວມຢູ່ໃນວິວັດການເຈລະຈາອາດຈະຖືກກີດຂວາງຍ້ອນລັດຖະສະພາຂອງປະເທດໜຶ່ງ ຫຼື ຊ້ຳບໍ່ໜຳພຽງເຂດໜຶ່ງຂອງປະເທດນັ້ນ ຄືດັ່ງກໍລະນີສັນຍາເສດຖະກິດ ແລະ ການຄ້າຮອບດ້ານລະຫວ່າງ EU ແລະ ການາດາ (CETA).

      ວິທີສຳພັດໃໝ່ຂອງເອີລົບ ກໍ່ແມ່ນບາດກ້າວຕໍ່ໄປຂອງຂໍ້ຕົກລົງເຊິ່ງສານຍຸຕິທຳເອີລົບ (ECJ) ຍົກອອກມາເມື່ອປີ 2017 ທີ່ກ່ຽວຂ້ອງເຖິງສິດອຳນາດຕັດສິນຂອງ EU ແລະ ບັນດາປະເທດສະມາຊິກໃນບັນຫາການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ