EU ແລະ ອັງ​ກິດ​ເລີ່ມ​ດຳ​ເນີ​ນ​ການ​ເຈ​ລະ​ຈາ​ຮອບ​ໃໝ່

(VOVWORLD) - ວັນທີ 29 ມິຖຸນາ, ສະຫະພາບ ເອີລົບ (EU) ແລະ ອັງກິດ ໄດ້ເລີ່ມດຳເນີນ ການເຈລະຈາສຳຄັນກ່ຽວກັບຂໍ້ຕົກລົງກຳນົດການພົວພັນລະຫວ່າງສອງຝ່າຍໃນໄລຍະຫຼັງ Brexit ໃນເວລາ 5 ອາທິດ. 
EU ແລະ ອັງ​ກິດ​ເລີ່ມ​ດຳ​ເນີ​ນ​ການ​ເຈ​ລະ​ຈາ​ຮອບ​ໃໝ່ - ảnh 1ພາບປະກອບ:  AFP/TTXVN 

ຮອບເຈລະຈາໃໝ່ຢູ່ Brussels ນີ້ແມ່ນຮອບເຈລະຈາໂດຍກົງຄັ້ງທຳອິດ ທີ່ໄດ້ຮັບການຈັດຕັ້ງນັບແຕ່ເວລາ ຫຼາຍປະເທດເອີລົບນຳໃຊ້ຄຳສັ່ງປິດເມືອງເພື່ອສະກັດກັ້ນໂລກລະບາດ Covid – 19. ຕາມແຜນການ, ຮອບເຈລະຈາດັ່ງກ່າວຈະໄດ້ດຳເນີນໝູນວຽນຢູ່ Brussels ແລະ London ໃນຮອບເວລາ 2 ເດືອນຈະມາເຖິງ.

ບັນດາການປຶກສາຫາລືຈະເລີ່ມຕົ້ນດ້ວຍກອງປະຊຸມລະຫວ່າງ ທ່ານ Michael Barnier ຫົວໜ້າຄະນະເຈລະຈາຂອງ EU ແລະ ຝ່າຍອັງກິດແມ່ນທ່ານ David Frost. ບັນດາການເຈລະຈາຈະມາເຖິງນີ້ ໄດ້ຮັບການຕັ້ງຄວາມຫວັງວ່າ ຈະຊ່ວຍໃຫ້ສອງຝ່າຍແກ້ໄຂບັນດາຄວາມຂັດແຍ່ງ ທີ່ເປັນສິ່ງກີດຂວາງວິວັດທະນາການເຈລະຈາໃນຫຼາຍເດືອນທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ