EU ໜູນຊ່ວຍຈຳນວນເງິນ 21 ລ້ານເອີໂຣ ໃຫ້ກອງທຶນມະນຸດສະທຳຢູ່ ອາບການິດສະຖານ

(VOVWORLD) - ແຈ້ງການດັ່ງກ່າວໄດ້ຍົກອອກມາໃນຈຸດເວລາທ່ານປະທານາທິບໍດີ ສປຊ Antonio Guterres ປະກາດວ່າ ອົງການທົ່ວໂລກນີ້ຮັບປະມານພຽງ 3% ງົບປະມານທີ່ຈຳເປັນເພື່ອແກ້ໄຂວິກິດການມະນຸດສະທຳຢູ່ ອາບການິດສະຖານ.
EU ໜູນຊ່ວຍຈຳນວນເງິນ 21 ລ້ານເອີໂຣ ໃຫ້ກອງທຶນມະນຸດສະທຳຢູ່ ອາບການິດສະຖານ - ảnh 1ຊາວອົບພະຍົບຢູ່ ອາບການິດສະຖານ
(ພາບ:ສຳນັກຂ່າວສານຊິນຮວາ//TTXVN)

ວັນທີ 2 ມີນາ, ໂຄງການທັນຍາຫານໂລກ (WFP) ໃຫ້ຮູ້ວ່າ: ສະຫະພັນເອີລົບ (EU) ໄດ້ປະກອບສ່ວນຈຳນວນເງິນ 21 ລ້ານເອີໂລ (22,8 ລ້ານໂດລາສະຫະລັດ) ໃຫ້ແກ່ກອງທຶນມະນຸດສະທຳ ອາບການິດສະຖານ. ຄາດວ່າ, ປະຊາຊົນ ອາບການິດສະຖານ ປະມານ 300.000 ຄົນ ຈະໄດ້ຮັບຜົນປະໂຫຍດຈາກກອງທຶນນີ້. ຈຸດປະສົງຂອງການໜູນຊ່ວຍນີ້ແມ່ນປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ທາດບຳລຸງຢູ່ ອາບການິດສະຖານ.

ແຈ້ງການດັ່ງກ່າວໄດ້ຍົກອອກມາໃນຈຸດເວລາທ່ານປະທານາທິບໍດີ ສປຊ Antonio Guterres ປະກາດວ່າ ອົງການທົ່ວໂລກນີ້ຮັບປະມານພຽງ 3% ງົບປະມານທີ່ຈຳເປັນເພື່ອແກ້ໄຂວິກິດການມະນຸດສະທຳຢູ່ ອາບການິດສະຖານ.

ບັນດາເຫດແຜ່ນດິນໄຫວໄລຍະມໍ່ໆມານີ້ ແລະ ເລື່ອງເນລະເທດຊາບອົບພະຍົບຈາກບັນດາປະເທດໃກ້ຄຽງພວມເຮັດໃຫ້ຄວາມຕ້້ອງການໜູນຊ່ວຍຢູ່ ອາບການິດສະຖານ ເພີ່ມຂຶ້ນ. ສະພາບການມະນຸດສະທຳຢູ່ ອາບການິດສະຖານ ຍັງຮ້າຍແຮງທີ່ສຸດ, ດ້ວຍເລື່ອງປະຊາຊົນນັບລ້ານຄົນຕ້ອງປະເຊີນໜ້າກັບສະພາບອຶດຫິວທີ່ສຸດ, ຕ້ອງຍົກຍ້າຍ ແລະ ຂາດຄວາມໝັ້ນຄົງດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ