Eurozoneຄາດວ່າຈະສະຫງວນເງິນແຕ່40-50ຕື້ເອີໂລເພື່ອໜູນຊ່ວຍເກຼັກ

Eurozoneຄາດວ່າຈະສະຫງວນເງິນແຕ່40-50ຕື້ເອີໂລເພື່ອໜູນຊ່ວຍເກຼັກ - ảnh 1
(ພາບປະກອບ)

​​(vovworld) - ​ວັນ​ທີ 14/07, ເຂົ້າ​ໜ້າ​ທີ່​ເອີ​ລົບ​ໃຫ້​ຮູ້​ວ່າ, ລັດຖະບານ​ບັນດາ​ປະ​ເທດ​ໃຊ້​ສະກຸນ​ເງິນ​ລວມ​ເອີ​ລົບ (Eurozone) ຈະ​ສະ​ຫງວນ​ເງິນ​ຈຳນວນແຕ່ 40-50 ຕື້​ເອີ​ໂລ ​ໃຫ້​ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ທີ່​ແກ່ຍາວ​ເປັນ​ເວລາ 3 ປີ​ໃຫ້​ເກຼັກ, ຄາດວ່າ​ຂຶ້ນ​ເຖິງ 86 ຕື້​ເອີ​ໂລ. ກອງ​ທຶນ​ເງິນຕາ​ສາກົນຈະ​ປະກອບ​ບ້ວງ​ເງິ​ນໜູນ​ຊ່ວຍ​ກ້ອນໃຫຍ່ອື່ນ ​ເມື່ອ​ອົງການ​ການ​ເງິນ​ທີ່ມີ​ສຳນັກງານ​ຢູ່​ວໍ​ຊິງ​ຕັນ, ອາ​ເມ​ລິ​ກາ ນີ້ ຄາດ​ວ່າ​ຈະ​ປ່ອຍ​ເງິນ​ໃຫ້​ເກຼັກ 16 ຕື້​ເອີ​ໂລ ​ໃນ​ໂຄງການໜຶ່ງ​​ມີ​ກຳນົດ​ເວລາ​ຮອດ​ເດືອນ 03/2016. ຈຳນວນ​ເງິນ​ຍັງ​ເຫຼືອຈະ​ຫັກ​ຈາກ​ຜົນກຳ​​ໄລ​ຂອງ​ບັນດາ​ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ເກຼັກ ​ແລະ ບັນດາ​ຕະຫຼາດ​ການ​ເງິ​ນ.

ຂ່າວ/ບົດ​ອື່ນ