Eurozoneມີສັນຍານຕົກເຂົ້າສູ່ສະພາບເງິນຝືດ

Eurozoneມີສັນຍານຕົກເຂົ້າສູ່ສະພາບເງິນຝືດ - ảnh 1
ສະ​ກຸນ​ເງິນ ເອີ​ໂຣ
ພາບ:internet

(vovworld)- ວັນ​ທີ 7/1, ອົງ​ການ​ສະ​ຖິ​ຕິ​ຂອງ​ສະ​ຫະ​ພາບ​ເອ​ີ​ລົບ ໄດ້​ປະ​ກາດ​ບົດ​ລາຍ​ງານ​ໃຫ້​ເຫັນ​ວ່າ: ລາ​ຄາ​ໃຊ້​ສອຍ​ຢູ່​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ(Eurozone)ໃນ​ເດືອນ 12/2014 ຫລຸດ​ລົງ 0,2% ເມື່ອ​ທຽບ​ໃສ່​ປີ​ກ່ອນນີ້. ນີ້​ແມ່ນ​ລະ​ດັບ​ຫລຸດ​ລົງ​ຢ່າງ​ແຮງ ຖ້າ​ທຽບ​ໃສ່​ອັດ​ຕາ​ໄພ​ເງິນ​ເຟີ້ 0,3% ໃນ​ເດືອນ 11/2014 ເຮັດ​ໃຫ້​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ເງິນ​ຝືດ​ຢູ່​ພາກ​ພື້ນ​ເອີ​ລົບ ດ້ວຍ 19 ປະ​ເທ​ດ​ສະ​ມາ​ຊິກ. ການ​ຫລຸດ​ລົງ​ດັ່ງ​ກ່າວ​ຍ້ອນ​ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ. ລາ​ຄາ​ພະ​ລັງ​ງານ Eurozone ຫລຸດ​ລົງ​ 6,3% ໃນ​ເດືອນ 12/2014 ແລະ ທຽບ​ໃສ່​ເດືອນ​ກ່ອນນີ້ແມ່ນຫລຸດລົງ​ກວ່າ 2,6% ​.

ຂ່າວ/ບົດ​ອື່ນ