EUຜັນຂະຫຍາຍມາດຕະການຕ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ອິດສາແອນ

EUຜັນຂະຫຍາຍມາດຕະການຕ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ອິດສາແອນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 27/08, ທ່ານ​ຫົວ​ໜ້າ​ຄະນະ​ສະຫະພາບ​ເອີ​ລົບ (EU) ປະຈຳ​ປາ​ແລດ​ສຕິນ Hohn Gatt Rutter ​ໃຫ້​ຮູ້​ວ່າ, EU ພວມ​ຜັນ​ຂະຫຍາຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຕ້ານ​ບັນດາ​ເຂດຕັ້ງ​ຖິ່ນ​ຖານ​​ຄົງ​ທີ່ຢ່າງຜິດ​ກົດໝາຍຂອງອິດສາ​ແອ​ນ ຢູ່​ເຂດ​​​ຝັ່ງຕາ​ເວັນ​ຕົກແມ່​ນຳ້​ຈໍ​ແດນ ທີ່ຖືກ​ຢືດຄອງຂອງ​ປາ​​ແລດ​ສຕິນ. ທ່ານ Gatt Rutter ​ໃຫ້​ຮູ້​ວ່າ, EU ສະໜັບສະໜູນ​ບັນດາ​ມາດ​ຕະການ​ລົງ​ໂທດ​​ດ້ານ​ເສດຖ​ະກິດ ຕ້ານ​ຄືນ​ອິດສຣາ​ແອນ ​ເພື່ອ​ແນ​​ໃສ່​ສະກັດ​ກັ້ນ​ການ​ເປີດ​ກວ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວຢິວ. ​ໃນ​ນັ້ນ​ມີ​ຂໍ້​ຕົກລົງຕິດກາ​ໝາຍ​​ໃຫ້​ຜະລິດ​ຕະພັນ​ອິດສຣາ​ແອນ ​ເຊິ່ງ​ໄດ້​ຜະລິດ​ຢູ່​ບັນດາ​ເຂດຕັ້ງ​ຖິ່ນ​ຖານ​​ຄົງ​ທີ່ ​​ໃນ​ເຂດ​ດິນ​​ແດນ​ຖືກ​ຢືດຄອງ​ຂອງ​ປາ​ແລດ​ສຕິນ, ບັນດາ​ສິນຄ້າ​ດັ່ງກ່າວ​ຈະ​ຖືກ​ຫ້າມນຳ​​ໃຊ້ຂໍ້​ກຳນົດ​ບົກ​ເວັ້ນພາສີ​ຂອງ EU. ນອກ​ນັ້ນ, EU ຈະ​ຜັນ​ຂະຫຍາຍ​ບັນດາ​ເຄື່ອນ​ມື​ເພື່ອ​ສາມາດ​ຈຳກັດ​ບັນດາ​ເຂດຕັ້ງ​ຖິ່ນ​ຖານ​​ຄົງ​ທີ່​ຢ່າງ​ຜິດ​ກົດໝາຍ​ຂອງ​ອິດສຣາ​ແອນ ຢູ່​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ ຈໍ່​ແດນ ​ໃຫ້​ຫຼາຍ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ