Festival ເຫວ໋2016:ກອງປະຊຸມສຳມະນາວິທະຍາສາດ“ອາຫານພະລາດຊະວັງແລະພື້ນເມືອງເຫວ໋“

Festival ເຫວ໋2016:ກອງປະຊຸມສຳມະນາວິທະຍາສາດ“ອາຫານພະລາດຊະວັງແລະພື້ນເມືອງເຫວ໋“ - ảnh 1
ພາບປະກອບ

(vovworld) - ໃນ​ຂອບ​​ເຂດ Festival ເຫວ໋ 2016, ວັນ​ທີ 3/5, ຢູ່​ນະຄອນ ​ເຫວ໋ ​ໄດ້​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ “ອາຫານ​​ໃນພະລາດ​ຊະ​ວັງ ​ແລະ ​ພື້ນ​ເມືອງ​ເຫວ໋“. ມີບົດ​ລາຍ​ງານ​ວິທະຍາສາດ 30 ບົດ​ຖືກ​ສົ່ງ​ມາ ​ແລະ ລາຍ​ງານ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ, ​ໃນ​ນັ້ນ​ມີບັນດາ​ເຍື່ອງ​ອາຫານ​ທີ່​ມີ​ຢູ່​ແລ້ວ ​ແລະ ອາຫານ​ທີ່​ແຊບ​ຂອງ ​ເຫວ໋ທີ່​ຖືກ​ເສື່ອ​ມ​ເສຍ​ໄປ​ແລ້ວ. ກອງ​ປະຊຸມສຳ​ມະ​ນາ​ປະກອບສ່ວນ​ສະ​ສົມ​ບັນດາ​ເອກະສານ​​ເດີມ​ຕື່ມ​ອີກ​ໃຫ້​ອາຫານ​ ​ເຫວ໋, ​ໂຄສະນາ​ວັດທະນະທຳ​ອາຫານ ​ເຫວ໋ - ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ. ​ເທື່ອ​ທຽນ ​ເຫວ໋ ພວມ​ມຸ່ງ​ໄປ​ເຖິງ​ການ​ປັບປຸງ​ສຳ​ເນົາ​ຍື່ນ​ສະ​ເໜີ UNESCO ຮັບຮອງ​ອາຫານ ​ເຫວ໋ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ