FIFA ຮັບຮອງເອົາສະຖິຕິການແຂ່ງຂັນບານເຕະຂອງທິມຊາດຫວຽດນາມທີ່ບໍ່ເສຍໃນນັດການແຂ່ງຂັນ 18 ນັດຢ່າງຕໍ່ເນື່ອງ

(VOVWORLD) -ກ່ອນການແຂ່ງຂັນບານເຕະອາຊີ 2019 (ASIAN Cup 2019), ສະຫະພັນກິລາບານເຕະໂລກ (FIFA) ຫາກໍ່ຮັບຮອງເອົາທິມບານເຕະຫວຽດນາມ ພວມມີນັດການແຂ່ງຂັນທີ່ຊະນະຢ່າງຕໍ່ເນື່ອງຫຼາຍທີ່ສຸດໃນໂລກ ດ້ວຍ 18 ນັດ.
FIFA ຮັບຮອງເອົາສະຖິຕິການແຂ່ງຂັນບານເຕະຂອງທິມຊາດຫວຽດນາມທີ່ບໍ່ເສຍໃນນັດການແຂ່ງຂັນ 18 ນັດຢ່າງຕໍ່ເນື່ອງ - ảnh 1 (ທິມບານເຕະຫວຽດນາມ)

ຕາມ FIFA ແລ້ວ, ທິມບານເຕະຫວຽດນາມ ເຂົ້າຮ່ວມ ASIAN Cup 2019 ດ້ວຍຖານະເປັນທິມທີ່ພວມມີນັດຊະນະ ແລະ ສະເໝີກັນຫຼາຍທີ່ສຸດ. ເດືອນ ກັນຍາ 2017, ທິມບານເຕະຫວຽດນາມ ຖືກຈັດອັນດັບທີ 130 ຂອງໂລກ, ຫຼັງຈາກນັ້ນ 1 ປີ, ຫວຽດນາມ ໄດ້ບືນຕົວຂຶ້ນເຂົ້າໃນ top 100.

        ປະຈຸບັນ, ທິມບານເຕະຫວຽດນາມ ພວມກະກຽມໃຫ້ການແຂ່ງຂັນນັດທຳອິດຢູ່ ASIAN Cup 2019 ເຊິ່ງດຳເນີນຢູ່ສະຫະລັດອາຣັບ ເອມມີເລດ (UEA). ທິມບານເຕະຫວຽດນາມ ຈະພົບປະກັບຄວາມຫຍຸ້ງຍາກກວ່າ ເມື່ອຕ້ອງແຂ່ງຂັນກັບອີຣັກ, ອີຣານ ແລະ ເຢແມນ. FIFA ກໍ່ຫວັງວ່າ, ທິມບານເຕະຫວຽດນາມ ຈະແກ່ຍາວສະຖິຕິຊະນະໃນການແຂ່ງຂັນຫຼາຍກວ່າ 18 ນັດ.

ຕອບກັບ

ຂ່າວ/ບົດ​ອື່ນ