G20ວາງອອກບັນດາທິດທາງການພັດທະນາຮ່ວມມືສາກົນ

G20ວາງອອກບັນດາທິດທາງການພັດທະນາຮ່ວມມືສາກົນ - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ
ອາ​ເມ​ລິ​ກາ B. Obama
ພາບ:(EPA/ TTXVN)

(vovworld)-​ ວັນ​ທີ 5/9, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ແຈ້ງ​ໝາກ​ຜົນ​ກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ​ພົ້ນ​ເດັ່ນ​ຂຶ້ນ G 20 ຫາກໍ່​ສິ້ນ​ສຸດ​ຢູ່ ນະ​ຄອນ ຮາງ​ເຈົາ (ຈີນ) ເມື່ອ​ຕີ​ລາ​ຄາ​ລວມ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ G20,  ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຖື​ວ່າ ກອງ​ປະ​ຊຸມ​ໄດ້​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ ແລະ ປຶກ​ສາ​ຫາ​ລື​ຫລາ​ຍ​ເນື້ອ​ໃນ, ໃນ​ນັ້ນ​ສ່ອງ​ແສງ​ໃຫ້​ເຫັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ. ຕາມ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ແລ້ວ, ເຖິງວ່າບໍ່​ຍົກ​ອອກ​ບັນ​ດາ​ຂໍ້​ຕົກ​ລົງ​ຜູກ​ມັດ​ດ້ານ​ນິ​ຕິ​ກຳ​ສອງ​ຝ່າຍ ​ກໍ​ຕາມ​ ແຕ່ G20 ຍັງຍົກ​ອອກ​ບັນ​ດາ​ທິດ​ທາງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ສາ​ກົນ.

ສ່ວນ​ປະ​ເທດ​ເຈົ້າ​ພາບ​ຈີນ, ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຢືນ​ຢັນວ່າ: ປະ​ຈຸ​ບັນ ຈີນ ພວມ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກ​ິດ, ການ​ຄ້າ​ໃຫຍ່ກວ່າ​ໝູ​່​ຂ​ອງ​ລັດ​ເຊຍ ແລະ ສອງ​ຝ່າຍ​ພວມ​ມີ​ການປ່ຽນ​ແປງໂຄງ​ປະ​ກອບ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຕາມ​ທິດ​ເພີ່ມ​ອຸ​ປະ​ກອນ​ກົນ​ຈັກ​ລັດ​ເຊຍ ​ສົ່ງ​ອອກໄປ​ຍັງ​ຈີນ.

ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ, ພິ​ເສດ​ແມ່ນ ອາ​ເມ​ລິ​ກາ, ​ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຫລັກ​ແຫລ່ງ​ຂອງ​ລັດ​ເຊຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ​ ທັງບັນ​ດາ​ບັນ​ຫາ​ອື່ນ​ອີກ. ການ​ພົວ​ພັນ​ລັດ​ເຊຍ ແລະ ຕວ​ກ​ກີ ປະ​ຈຸ​ບັນ ພວມ​ໄດ້​ຮັບ​ການ​ຟ​ື້ນ​ຟູ ແຕ່​ຍັງ​ບໍ່​ທັນ​ບັນ​ດາ​ຄວາມ​ຄືບ​ຫນ້າ​ຄື ຝ່າຍ​ຕວກ​ກີ. ສຳ​ລັບ ອັງ​ກິດ, ລັດ​ເຊຍ ພວມ​ຟື້ນ​ຟູ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດນີ້ ແຕ່​ຈະ​ບໍ່​​ຈັດ​ວາງ​ບໍ່​ວ່າ​ສິ່ງ​ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ