G7 ຮຽກ​ຮ້ອງ ຢຸດ​ຕິ​ວິ​ກິດ​ການ​ອົບ​ພະ​ຍົບ ຢູ່​ເຂດ​ຊາຍ​ແດນ ເບ​ລາ​ຣຸດ - ໂປ​ໂລຍ​​ໃນທັນ​ທີ

(VOVWORLD) - ວັນທີ 18 ພະຈິກ, ລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເລັ່ງໃຫ້ ຢຸດ ຕິວິກິດການອົບພະຍົບຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍຢ່າງທັນການ, ຍ້ອນວ່າສິ່ງນີ້ພວມກໍ່ຄວາມສ່ຽງອາດຈະເຮັດໃຫ້ຫຼາຍຄົນເສຍຊີວິດ.

G7 ຮຽກ​ຮ້ອງ ຢຸດ​ຕິ​ວິ​ກິດ​ການ​ອົບ​ພະ​ຍົບ ຢູ່​ເຂດ​ຊາຍ​ແດນ ເບ​ລາ​ຣຸດ - ໂປ​ໂລຍ​​ໃນທັນ​ທີ - ảnh 1ພາບປະກອບ: TTXVN

ຖະແຫຼງການຮ່ວມຂອງ G7 ໄດ້ເນັ້ນໜັກວ່າ “ນ້ຳໃຈສາມັກຄີກັບໂປໂລຍ, ກໍ່ຄື ລິດວາ ແລະ ລັດເວຍ” ໂດຍແມ່ນປະເທດທີ່ພວມມານະພະຍາຍາມຮັບມືກັບກະແສຊາວອົບພະຍົບນີ້.

ກໍ່ຄືກັນກັບ ສະຫະພາບ ເອີລົບ (EU), G7 ຖືວ່າ ເບລາຣຸດ ໄດ້ປະໃຫ້ຂະບວນຊາວອົບພະຍົບເດີນທາງໄປຍັງເຂດຊາຍແດນ ເພື່ອຂ້າມຊາຍແດນ ແນໃສ່ໂຕ້ຕອບຄືນມາດຕະການລົງໂທດ ເບລາຣຸດ ທີ່ກ່ຽວຂ້ອງເຖິງ ສະພາບການທາງການເມືອງຢູ່ປະເທດນີ້. ຝ່າຍ ເບລາຣຸດ ຍາມໃດກໍ່ປະຕິເສດ, ຖືນີ້ ແມ່ນຂໍ້ກ່າວຫາທີ່ໄຮ້ເຫດຜົນ. ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຢັ້ງຢຶນວ່າ ບັນດາປະເທດ ຝ່າຍຕາເວັນຕົກ ແມ່ນຝ່າຍຕ້ອງຮັບຜິດຊອບຕໍ່ບັນຫານີ້, ຍ້ອນການກະທຳແຊກແຊງຂອງເຂົາເຈົ້າ ຈຶ່ງເຮັດໃຫ້ປະຊາຊົນຢູ່ຫຼາຍປະເທດ ຕ້ອງອົບພະຍົບລີ້ໄພຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ