G7 ໃຫ້ຄຳໝັ້ນສັນຍາຊຸກຍູ້ການຄ້າເສລີ

(VOVWORLD) - ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການຄ້າເສລີ ເພື່ອແນໃສ່ແກ້ໄຂສະພາບການຂາດຄວາມສະເໝີພາບລະຫວ່າງບັນດາປະເທດ
G7 ໃຫ້ຄຳໝັ້ນສັນຍາຊຸກຍູ້ການຄ້າເສລີ - ảnh 1 (ພາບປະກອບ)

ໃນມື້ປະຊຸມທຳອິດ ວັນທີ 12 ພຶດສະພາ ຢູ່ນະຄອນທ່າກ່ຳປັ່ນ Bari ທາງພາກໃຕ້ປະເທດ ອີຕາລີ, ບັນດາລັດຖະມົນຕີກະຊວງການເງິນ G7 ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂສະພາບການຂາດຄວາມສະເໝີພາບ, ຊຶ່ງແມ່ນສາຍເຫດທີ່ນຳຜູ້ອອກສະໝັກຮັບເລືອກຕັ້ງ Marine Le Pen ທີ່ມີລັກສະນະຕ້ານການຫັນເປັນໂລກາພິວັດ ເຂົ້າສູ່ການເລືອກຕັ້ງປະທານາທິບໍດີ ຝະລັ່ງ ຜ່ານມາ, ກໍ່ຄືບົດບາດຕັດສິນຖອນອອກຈາກສະຫະພາບ ເອຣົບ (ອີຢູ) ຂອງຜູ້ມີສິດເລືອກຕັ້ງ ອັງກິດ. ຕາມການຄາດຄະເນແລ້ວ ອີຕາລີ ແມ່ນປະເທດຮັກສາບົດບາດເປັນປະທານໝູນວຽນ G7 ປີ 2017, ຈະຍົກອອກຖະແຫຼງການຮ່ວມ ພາຍຫລັງສິ້ນສຸດການເຮັດວຽກເປັນເວລາ 2 ວັນ, ໃນນັ້ນ ເນັ້ນໜັກເຖິງນ້ຳໃຈສາມັກຄີ ແລະ ເປັນເອກະພາບຂອງບັນດາປະເທດ. ກອງປະຊຸມຢູ່ Bari ດຳເນີນໄປໃນສະພາວະພວມເພີ່ມທະວີຄວາມວິຕົກກັງວົນລະຫວ່າງບັນດາຄູ່ຮ່ວມມື G7 ຂອງ ອາເມລິກາ ກ່ຽວກັບຍຸດທະສາດເສດຖະກິດ “ປະເທດ ອາເມລິກາ ເໜືອກ່ວາສິ່ງໃດໝົດ” ຊຶ່ງລັດຖະບານຂອງທ່ານປະທານາທິບໍດີ Donald Trump ມີແຜນນະໂຍບາຍເດີນຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ