G7 ໃຫ້ຄຳໝັ້ນສັນຍາຮັດແຄບຊ່ອງຫວ່າງລະຫວ່າງຍິງ - ຊາຍ ໃນຂົງເຂດເສດຖະກິດ

(VOVWORLD) -   ນີ້ແມ່ນຄັ້ງທຳອິດທີ່ ຍີ່ປຸ່ນ ຈັດກອງປະຊຸມ G7 ທີ່ກ່ຽວຂ້ອງເຖິງບັນດາບັນຫາລະຫວ່າງຍິງ - ຊາຍ, ໃນສະພາບການທີ່ ຍີ່ປຸ່ນ ແມ່ນປະເທດທີ່ມີສະພາບຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ສູງສຸດໃນກຸ່ມບັນດາປະເທດພັດທະນາ.
G7 ໃຫ້ຄຳໝັ້ນສັນຍາຮັດແຄບຊ່ອງຫວ່າງລະຫວ່າງຍິງ - ຊາຍ ໃນຂົງເຂດເສດຖະກິດ - ảnh 1ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ
(ພາບ:Kyodo/TTXVN)

ກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໄດ້ໃຫ້ຄຳໝັ້ນສັນຍາຈະປະຕິບັດບັນດາມາດຕະການລົບລ້າງຊ່ອງຫວ່າງລະຫວ່າງຍິງ - ຊາຍ ໃນຂົງເຂດເສດຖະກິດຜ່ານການເພີ່ມທະວີການມອບສິດໃຫ້ແກ່ແມ່ຍິງ, ພ້ອມທັງຍອມຮັບຜົນກະທົບຫຍໍ້ທໍ້ຂອງໂລກລະບາດໂຄວິດ -19  ສຳລັບຄວາມສະເໝີພາບລະຫວ່າງຍິງ - ຊາຍ.

        ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາໃນວັນທີ 25 ມິຖຸນາ, ພາຍຫຼັງກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນຢູ່ນະຄອນ Nikko, ແຂວງ Tochigi ຂອງ ປະເທດ ຍີ່ປຸ່ນ, ບັນດາລັດຖະມົນຕີຮັບຜິດຊອບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ G7 ເຫັນດີເປັນເອກະພາບ ສືບຕໍ່ມານະພະຍາຍາມເພື່ອສ້າງສັງຄົມທີ່ສິດທິມະນຸດ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໄດ້ຮັບຄວາມເຄົາລົບໃຫ້ປະກົດຜົນເປັນຈິງ. ຖະແຫຼງການຖືວ່າ ໂລກລະບາດໂຄວິດ -19 ແມ່ນ “ສິ່ງກີດຂວາງຮ້າຍແຮງ” ເພື່ອບັນລຸໄດ້ສັງຄົມມີຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.

        ນີ້ແມ່ນຄັ້ງທຳອິດທີ່ ຍີ່ປຸ່ນ ຈັດກອງປະຊຸມ G7 ທີ່ກ່ຽວຂ້ອງເຖິງບັນດາບັນຫາລະຫວ່າງຍິງ - ຊາຍ, ໃນສະພາບການທີ່ ຍີ່ປຸ່ນ ແມ່ນປະເທດທີ່ມີສະພາບຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ສູງສຸດໃນກຸ່ມບັນດາປະເທດພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ