GCC ໃຫ້​ຄຳ​ໝັ້ນ​ສັນ​ຍາບ​ັນ​ລຸ​ໄດ້​ມາດ​ຕະ​ການ​ດ້ານ​ການ​ເມືອງ​ໃຫ້​ແກ່​ການ​ສູ້​ຮົບ​ຢູ່ ເຢ​ແມນ

(VOVWORLD) -ວັນທີ 27 ມີນາ, ສະພາການຮ່ວມມືເຂດອ່າວເປີເຊຍ (GCC) ໃຫ້ຄຳໝັ້ນສັນຍາຈະບັນລຸໄດ້ມາດຕະການດ້ານການເມືອງໃຫ້ແກ່ການປະທະກັນຢູ່ ເຢແມນ.
GCC ໃຫ້​ຄຳ​ໝັ້ນ​ສັນ​ຍາບ​ັນ​ລຸ​ໄດ້​ມາດ​ຕະ​ການ​ດ້ານ​ການ​ເມືອງ​ໃຫ້​ແກ່​ການ​ສູ້​ຮົບ​ຢູ່ ເຢ​ແມນ - ảnh 1ພາບປະກອບ: TTXVN

ສຳນັກຂ່າວສານ Anadolu (ຕວັກກີ) ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ GCC Nayef Al-Hajraf ໃນວັນທີ 27 ມີນາໄດ້ມີການພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ເຢແມນ Ahmed bin Mubarak ຢູ່ນະຄອນຫຼວງ Riyadh ຂອງອາຣັບບິ ຊາອຸດິ ເພື່ອປຶກສາຫາລືການຜັນແປສະພາບການຢູ່ເຢແມນ. ແຈ້ງການຂອງ GCC ໄດ້ຊີ້ແຈ້ງວ່າ GCC ໃຫ້ຄຳໝັ້ນສັນຍາຈະຊອກຫາມາດຕະການດ້ານການເມືອງໃຫ້ແກ່ວິກິດການ ເຢແມນ ແລະ ບັນລຸໄດ້ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ສັນຕິພາບຢູ່ປະເທດນີ້. GCC ກໍ່ສະໜັບສະໜູນທຸກຄວາມມານະພະຍາຍາມທີ່ເປັນປະໂຫຍດໃຫ້ຊາວ ເຢແມນ ແລະ ປະກອບສວ່ນເຂົ້າໃນການປັບປຸງສະຖຽນລະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ເຢແມນ.

GCC ໄດ້ເຊື້ອເຊີນບັນດາຝ່າຍທີ່ເຂົ້າຮ່ວມການສູ້ຮົບຢູ່ ເຢແມນໄປຍັງ Riyadh ໃນວັນທີ 29 ມີນາ ເພື່ອປຶກສາຫາລືບັນດາມາດຕະການຟື້ນຟູສັນຕິພາບ ຢູ່ ເຢແມນ. ລັດຖະບານ ເຢແມນໄດ້ຕອບຮັບຄຳເຊື້ອເຊີນໃນຂະນະທີ່ກຳລັງອິດສະລາມ Houthi ທີເປັນປໍລະປັກ ຮຽກຮ້ອງໃຫ້ຈັດຕັ້ງການເຈລະຈາຢູ່ປະເທດເປັນກາງ.

ຕອບກັບ

ຂ່າວ/ບົດ​ອື່ນ