Hamasຈະຮັບມືກັບເລື່ອງອິດສະຣາແອນເພີ່ມທະວີການປິດລ້ອມເຂດກາຊາ

Hamasຈະຮັບມືກັບເລື່ອງອິດສະຣາແອນເພີ່ມທະວີການປິດລ້ອມເຂດກາຊາ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 12/11, ຂະ​ບວນການ​ອິດສະ​ລາມ Hamas ຂອງ​ປາ​ແລດ​ສະຕິ​ນ ​ໄດ້​ກ່າວ​ເຕື່ອນວ່າ ຈະ​ມີ​ຫຼາຍ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ອິດສະຣາ​ແອນ ​ເພີ່ມ​ທະວີ​ຄຳ​ສັ່ງ​ປິດລ້ອມ​​ຢູ່​ເຂດ​ກາຊາ ນັບ​ແຕ່​ປີ 2007. ປະຕິ​ກິ​ລິ​ຍາ​ຕໍ່​ຄຳ​ຖະ​ແຫຼ​ງທີ່​ວ່າ ອິດສະຣາ​ແອນ ຈະ​ກໍ່ສ້າງ​ຮົ້ວຢູ່​​ມໍ່ກັບ​ເຂດ​ຊາຍ​ແດນ​ກາຊາ ​ໂດຍ​ໄວ, ​ໂຄສົກ​ຂອງ Hamas, ທ່ານ Sami Abu Zuhri ຖື​ວ່າ, ມາດ​ຕະການ​ດັ່ງກ່າ​ວຂອງ​ອິດສະຣາ​ແອນ ​​ແນ​່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ປິດ​ລ້ອມ​ເຂດ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ​ແຊກ​​ແຊງ​ເຂົ້າ ​ເພື່​ອຢຸດຕິ​ການ​ກະທຳ​ປິດ​ລ້ອມ​ເຂດ​ກາຊາ ຂອງ​ອິດສະຣາ​ແອນ. ທ່ານ​ກໍ​ກ່າວ​ເຕື່ອນວ່າ, ຍັງ​ມີ​ບັນດາ​ມາດ​ຕະການ​ຫຼາຍ​ຢ່າງເພື່ອ​ຮັບ​ມື​ກັບ​ມາດຕະການ​ປ້ອງກັນ​ຄວາມ​ສະຫງົບ​​ໃໝ່​ນີ້​ຂອງ​ອິດສະຣາ​ແອນ.

ຂ່າວ/ບົດ​ອື່ນ