HANIFF VI: ເຊີດຊູບັນດາຮູບເງົາມີຄຸນຄ່າສິລະປະສູງ

(VOVWORLD) - ງານມະຫາກຳໄດ້ຮັບການຈັດຕັ້ງເພື່ອແນໃສ່ເຊີດຊູບັນດາຮູບເງົາມີຄຸນຄ່າດ້ານສິລະປະສູງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ມີຂີດໝາຍປະດິດຄິດສ້າງທີ່ພົ້ນເດັ່ນ...
HANIFF VI: ເຊີດຊູບັນດາຮູບເງົາມີຄຸນຄ່າສິລະປະສູງ - ảnh 1ການປະຊຸມຂ່າວຂອງຄະນະຈັດຕັ້ງໃນວັນທີ 7 ພະຈິກ
(ພາບ:VOV)

 

 
 

ຕອນບ່າຍວັນທີ 7 ພະຈິກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບການໄຂງານມະຫາກຳຮູບເງົາສາກົນຮ່າໂນ້ຍ ຄັ້ງທີ VI (ຫຼື HANIFF VI). ງານມະຫາກຳຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ VI ຈັດຂຶ້ນແຕ່ວັນທີ 8 12 ພະຈິກ 2022 ດ້ວຍຄຳຂວັນ “ຮູບເງົາ - ວັດທະນະທຳມະນຸດ, ເໝາະສົມ ແລະ ພັດທະນາ”.

        ງານມະຫາກຳໄດ້ຮັບການຈັດຕັ້ງເພື່ອແນໃສ່ເຊີດຊູບັນດາຮູບເງົາມີຄຸນຄ່າດ້ານສິລະປະສູງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ມີຂີດໝາຍປະດິດຄິດສ້າງທີ່ພົ້ນເດັ່ນ, ເປັນເອກະລັກສະເພາະ; ຄົ້ນພົບ, ເຊີດຊູບັນດາຜູ້ມີຄວາມສາມາດບົ່ມຊ້ອນໃໝ່ຂອງຮູບເງົາ; ແນະນຳບັນດາ ຮູບເງົາທີ່ເປັນເອກະລັກສະເພາະຂອງບັນດາພື້ນຖານຮູບເງົາໃນໂລກ, ສ້າງກາລະໂອກາດເປີດກ້ວາງຕະຫຼາດຮູບເງົາ ຫວຽດນາມ. ເຫດການໄດ້ດຶງດູດຄວາມສົນໃຈຂອງຜູ້ຊົມນະຄອນຫຼວງ, ຜູ້ແທນສາກົນ, ປະກອບສ່ວນໂຄສະນາພາບພົດຂອງນະຄອນຫຼວງ ຮ່າໂນ້ຍ, ປະເທດ ຫວຽດນາມ ທີ່ສວຍງາມ, ຮັກແພງແຂກຄົນ, ມີມູນເຊື້ອວັດທະນະທຳ. ຈາກຮູບເງົານັບຮ້ອຍເລື່ອງທີ່ເຂົ້າຮ່ວມງານມະຫາກຳ, ຄະນະຈັດຕັ້ງໄດ້ຄັດເລືອກ 123 ຟິມຂອງ 56 ປະເທດ, ເຂດແຄ້ວນເຂົ້າຮ່ວມງານມະໂຫລານ. ນີ້ແມ່ນບັນດາຮູບເງົາທີ່ມີຄຸນນະພາບ, ຫຼາຍສີສັນ, ໝັ້ນໝາຍຈະດຶງດູດຜູ້ຊົມໃນຊຸມວັນຈັດຕັ້ງງານມະຫາກຳ.

ຕອບກັບ

ຂ່າວ/ບົດ​ອື່ນ