IAEA ຜັນຂະຫຍາຍການສຳຫຼວດກວດກາຮາກຖານນິວເຄຼຍ 2 ແຫ່ງຢູ່ ຢູແກຼນ

(VOVWORLD) -ການສຳຫຼວດກວດກາຄັ້ງນີ້ດຳເນີນໄປ ພາຍຫຼັງທີ່ ຢູແກຼນ ສົ່ງຄຳຮຽກຮ້ອງຜ່ານເອກະສານເຖິງ IAEA
IAEA ຜັນຂະຫຍາຍການສຳຫຼວດກວດກາຮາກຖານນິວເຄຼຍ 2 ແຫ່ງຢູ່ ຢູແກຼນ - ảnh 1ໂຮງງານຜະລິດໄຟຟ້ານິວເຄຼຍ Zapozhiazhia
(ພາບ: Alexander Ermochenko/Reuters)

        ວັນທີ 01 ພະຈິກ, ທ່ານຜູ້ອຳນວຍການອົງການພະລັງງານປະລະມານູສາກົນ (IAEA) Rafael Grossi ໄດ້ແຈ້ງໃຫ້ຊາບວ່າ, ອົງການນີ້ໄດ້ເລີ່ມປະຕິບັດການສຳຫຼວດກວດກາຮາກຖານນິວເຄຼຍ 2 ແຫ່ງຢູ່ ຢູແກຼນ ຕາມຄຳຮຽກຮ້ອງຂອງ Kiev. ຕາມທ່ານ Rafael Grossi ແລ້ວ, ບັນດານັກກວດກາຂອງ IAEA ຈະສຳເລັດບັນດາການເຄື່ອນໄຫວສຳຫຼວດກວດກາໂດຍໄວ ແລະ ຈະຍົກອອກຂໍ້ສະຫຼຸບເບື້ອງຕົ້ນໃນທ້າຍອາທິດນີ້.

        ການສຳຫຼວດກວດກາຄັ້ງນີ້ດຳເນີນໄປ ພາຍຫຼັງທີ່ ຢູແກຼນ ສົ່ງຄຳຮຽກຮ້ອງຜ່ານເອກະສານເຖິງ IAEA, ໃນນັ້ນສະເໜີໃຫ້ອົງການນີ້ປະຕິບັດການສຳຫຼວດກວດກາ 2 ຮາກຖານນິວເຄຼຍຂອງ Kiev ເພື່ອເຮັດແຈ້ງຄວາມວິຕົກກັງວົນຂອງ ລັດເຊຍ ທີ່ຖືວ່າ ຢູແກຼນ ມີຄວາມສ່ຽງຜະລິດ “ລະເບີດເບື້ອນ”.

        ຕໍ່ໜ້າການກະທຳດັ່ງກ່າວຂອງ IAEA, ໂຄສົກວັງ Kremlin ຂອງ ລັດເຊຍ ທ່ານ Dmitry Peskov ຖະແຫຼງວ່າ, ເລື່ອງບັນດານັກກວດກາຂອງ IAEA ໄປຍັງໂຮງງານຜະລິດໄຟຟ້ານິວເຄຼຍ Zapozhiazhia ແມ່ນຈຳເປັນ ແລະ ລັດເຊຍ ກຽມພ້ອມການຮ່ວມມືກັບຄະນະຜູ້ແທນຂອງ IAEA. ທ່ານກໍ່ເນັ້ນໜັກເຖິງເລື່ອງຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານຢູ່ໂຮງງານດັ່ງກ່າວ ຍ້ອນຄວາມປອດໄພຂອງທັງ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ