IAEA ຢືນຢັນ ອີຣານ ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງນິວເຄຼຍ

IAEA ຢືນຢັນ ອີຣານ ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງນິວເຄຼຍ - ảnh 1
ທ່ານ Yukiya Amano, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

(vovworld) – ວັນ​ທີ 18/12, ທ່ານ Yukiya Amano, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ໃຫ້​ຮູ້​ວ່າ: ອີ​ຣານ ໄດ້​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຈະເດີນ​ຕາມ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍທີ່ ເຕ​ເຮ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ອ​ັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ບັນ​ລຸ​ໄດ້​ໃນ​ປີ 2015. ຜູ້​ອຳ​ນວຍ​ການ​ໃຫຍ່ IAEA ໄດ້​ຍົກ​ອອກຄຳ​ເຫັນ​ດັ່ງ​ກ່າວ​ພາຍຫຼັງ​ທີ່ ອີ​ຣານ ອອກ​ສຽງ​ຕຳ​ຫນິ​ຕິ​ຕຽນ​ການ​ກະ​ທຳ​ຂອງ ອາ​ເມ​ລິ​ກາ, ເຊິ່ງ ອີ​ຣານ ຖື​ວ່າ​ແມ່ນ​ລະ​ເມີດ​ຂໍ້​ຕົກ​ລົງ, ຕາມນັ້ນ​ແລ້ວ, ​ວັນ​ທີ 15/12, ທຳ​ນຽບ​ຂ​າວ ໄດ້​ປະ​ກາດ​ຮ່າງ​ກົດ​ໝາຍ​ຂອງ ອາ​ເມ​ລິ​ກາ ​ທີ່ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ອີ​ຣານ ​ຕື່ມອີກ 10 ປີ ອາ​ດ​ຈະ​ກາຍ​ເປັນ​ກົດ​ໝາຍ​ເຊິ່ງບໍ່​ຕ້ອງ​ການ​ລາຍ​ເຊັນ​ໃຫ້​ສັດ​ຕະ​ຍາ​ບັນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama.


ຂ່າວ/ບົດ​ອື່ນ