ICJກະກຽມອອກຄຳຕັດສິນກ່ຽວກັບການພິພາດເຂດພະວິຫານPreah Vihear

ICJກະກຽມອອກຄຳຕັດສິນກ່ຽວກັບການພິພາດເຂດພະວິຫານPreah Vihear - ảnh 1
(ສານ​ຍຸ​ຕິ​ທຳ​ສາ​ກົນ (ICJ)

(vovworld) -​ ວັນ​ທີ 16/10, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ ສຸ​ຣາ​ພົງ ໂຕວິ​ຈັກ​ໄຊ​ຄູນ ໃຫ້​ຮູ້​ວ່າ: ສານ​ຍຸ​ຕິ​ທຳ​ສາ​ກົນ (ICJ) ຈະ​ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ບັນ​ຫາ​ພິ​ພາດ​ຊາຍ​ແດນ​ລະ​ຫວ່າງ ໄທ ແລະ ກຳ​ປູ​ເຈຍ ທີ່​ກ່ຽວ​ຂ້ອງ​ເຖິງ​ພະ​ວິ​ຫານ Preah Vihear ໃນ​ວັນ​ທີ 11/11 ຈະ​ມາ​ເຖິງ.

ຕາມ​ທ່ານ ສຸ​ຣາ​ພົງ ໂຕວິ​ຈັກ​ໄຊ​ຄູນ ແລ້ວ, ICJ ໄດ້​ແຈ້ງ​ໃຫ້​ອົງ​ການ​ການ​ທູດ​ໄທ​ຢູ່ ລາ​ໄຮ ປະ​ເທດ​ໂຮນ​ລັງ ຮັບ​ຊາບ​ກ່ຽວ​ກັບ​ຄຳ​ຕັດ​ສິນ​ດັ່ງ​ກ່າວ ແລະ ລັດ​ຖະ​ບານ​ໄທ​ຈະ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ກ່ຽວ​ກັບ​ການ​ປະ​ກາດ​ຄຳ​ຕັດ​ສິນ​ດັ່ງ​ກ່າວ. ທ່ານ ສຸ​ຣາ​ພົງ ໂຕວິ​ຈັກ​ໄຊ​ຄູນ ໃຫ້​ຮູ້​ວ່າ: ທ່ານ​ຈະ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ຂອງ ICJ ແລະ ບັນ​ດາ​ລະ​ບຽບ​ການ​ໃນ​ອະ​ນາ​ຄົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ຮ່ວມ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ​ຈະ​ບັນ​ລຸ​ໄດ້​ຄວາມ​ເຂົ້າ​ໃຈ​ກ່​ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ