IMF ກ່າວ​ເຕືອນ​ການ​ເຕີບ​ໂຕ​ເສດ​ຖະ​ກິດທີ່​ຜິດ​ດ່ຽງ​ກັນ​ລະ​ຫວ່າງ​ກຸ່ມ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ ແລະ ກຸ່ມ​ພວມ​ພັດ​ທະ​ນາ

(VOVWORLD) -  ເສດຖະກິດໂລກ ຈະມີການເຕີບໂຕ 6% ໃນປີ 2021, ແຕ່ລະດັບການເຕີບໂຕຈະບໍ່ສະເໝີກັນ ໃນຂະນະທີ່ບັນດາປະເທດພັດທະນາມີລະດັບການເຕີບໂຕສູງກວ່າບັນດາປະເທດພວມພັດທະນາ. ນີ້ແມ່ນການຄາດຄະເນຂອງກອງທຶນເງິນຕາສາກົນ (IMF) ທີ່ໄດ້ຍົກອອກມາໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ ທີ່ໄດ້ອັບເດດໃນວັນທີ 27 ກໍລະກົດ.
IMF ກ່າວ​ເຕືອນ​ການ​ເຕີບ​ໂຕ​ເສດ​ຖະ​ກິດທີ່​ຜິດ​ດ່ຽງ​ກັນ​ລະ​ຫວ່າງ​ກຸ່ມ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ ແລະ ກຸ່ມ​ພວມ​ພັດ​ທະ​ນາ - ảnh 1ຕະຫຼາດ Chennai, ອິນເດຍ (ພາບ: TTXVN)

ລະອຽດ, ຕາມກອງທຶນເງິນຕາສາກົນແລ້ວ, ພື້ນຖານເສດຖະກິດອັນດັບໜຶ່ງໃນໂລກ ແມ່ນ ອາເມລິກາ ໄດ້ຮັບການຄາດຄະເນວ່າ ຈະມີການເຕີບໂຕສູງກວ່າໝູ່ ປະມານ 7% ຍ້ອນໄດ້ຜັນຂະຫຍາຍບ້ວງເງິນກະຕຸ້ນເສດຖະກິດຂະໜາດໃຫຍ່ ແລະ ມີອັດຕາຜູ້ສັກວັກຊິນກັນພະຍາດໂຄວິດ - 19 ສູງ.

        ໃນຂະນະນັ້ນ, ກອງທຶນເງິນຕາສາກົນ ໄດ້ຫຼຸດລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດຂອງ ອິນເດຍ ລົງເຫຼືອພຽງ 9,5% ໃນສະພາບທີ່ປະເທດນີ້ມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ຍັງຢູ່ໃນລະດັບສູງ. ສ່ວນເສດຖະກິດ ຂອງ ຈີນ ໄດ້ຮັບການຄາດຄະເນວ່າ ມີການເຕີບໂຕກວ່າ 8%.

        ຢູ່ ເອີຣົບ, IMF ໄດ້ຍົກລະດັການບຄາດຄະເນອັດຕາການເຕີບໂຕເສດຖະກິດໃນປີ 2021 ຂອງ ອັງກິດ ເພີ່ມຂຶ້ນເປັນລະດັບ 7%. ຢູ່ ອາເມລິກາ ລາຕິນ, ເມັກຊີໂກ ໄດ້ຮັບການຄາດຄະເນວ່າ ຈະມີການເຕີບໂຕສູງກວ່າ, ຍ້ອນໄດ້ຮັບການໜູນຊ່ວຍທີ່ຕັ້ງໜ້າຈາກພື້ນຖານເສດຖະກິດ ອາເມລິກາ, ໃນຂະນະທີ່ການເຕີບໂຕຂອງ ບຣາຊິນ ກໍໄດ້ຮັບການກະຕຸກຊຸກຍູ້ໃນສະພາບການທີ່ ລາຄາສິນຄ້າເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ