IMF ກ່າວ​ເຕ​ືອນວ່າ ໂລກ​ລະ​ບາດ​ໂຄວິດ - 19 ຈະ​ເຮັດ​ໃຫ້ຫຼາຍ​ພື້ນ​ຖານ​ເສດ​ຖະ​ກິດ​ຊຸດ​ໂຊມ

(VOVWORLD) -    ວິກິດການ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ຈະເຮັດໃຫ້ຫຼາຍພື້ນຖານເສດຖະກິດໃນໂລກຊຸດໂຊມລົງ, ຍູ້ຄົນທຸກຍາກຕົກເຂົ້າສູ່ສະພາບທີ່ຫຍຸ້ງຍາກກວ່າເກົ່າ ແລະ ບັນຫາດັ່ງກ່າວ ຈະນັບມື້ນັບຊົ່ວຮ້າຍກວ່າ ຍ້ອນການສຳຜັດກັບວັກຊິນກັນພະຍາດໂຄວິດ - 19 “ຂາດຄວາມຍຸຕິທຳ”. 

    ນີ້ແມ່ນຄຳກ່າວເຕືອນທີ່ໄດ້ຍົກອອກມາໃນວັນທີ 24 ກຸມພາ ໃນສານຂອງທ່ານນາງ Kristalina Georgieva  ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ ທີ່ໄດ້ຝາກມາຍັງກອງປະຊຸມຂອງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20).

IMF ກ່າວ​ເຕ​ືອນວ່າ  ໂລກ​ລະ​ບາດ​ໂຄວິດ - 19 ຈະ​ເຮັດ​ໃຫ້ຫຼາຍ​ພື້ນ​ຖານ​ເສດ​ຖະ​ກິດ​ຊຸດ​ໂຊມ - ảnh 1(ພາບປະກອບ: TTXVN)

       ທ່ານນາງຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ ຄາດຄະເນວ່າ ຮອດທ້າຍປີ 2022, ບັນດາປະເທດພວມພັດທະນາ ແລະ ຕະຫຼາດທີ່ພວມພົ້ນເດັ່ນຂຶ້ນ, (ບໍ່ລວມມີ ຈີນ), ຈະເຫັນປະຈັກຕາລະດັບລາຍຮັບສະເລ່ຍຕໍ່ຫົວຄົນຫຼຸດລົງ 22% ເມື່ອທຽບໃສ່ກ່ອນໄລຍະເກີດວິກິດການ, ໃນຂະນະນັ້ນ ລະດັບຫຼຸດລົງຂອງບັນດາພື້ນຖານເສດຖະກິດພັດທະນາ ແມ່ນ 13%. ທ່ານນາງ ກໍກ່າວເຕືອນວ່າ ວິກິດການເສດຖະກິດ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ ຈະເຮັດໃຫ້ຊ່ອງຫວ່າງລະຫວ່າງບັນດາປະເທດພວມພັດທະນາເພີ່ມຂຶ້ນ, ໃນຂະນະນັ້ນ, ເດັກນ້ອຍ ທີ່ຖືກຜົນກະທົບຫຼາຍທີ່ສຸດ ຍ້ອນການສຶກສາຖືກຂາດວັກຂາດຕອນ.

        ເພາະສະນັ້ນ, ປະຊາຄົມສາກົນ ຕ້ອງສົມທົບກັນຢ່າງແຮງກວ່າອີກ ເພື່ອຍູ້ໄວຄວາມຄືບໜ້າການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ບັນດາປະເທດດ້ອຍພັດທະນາ.


 

ຕອບກັບ

ຂ່າວ/ບົດ​ອື່ນ