IMF ຍົກລະດັບການຄາດຄະເນການເຕີບໂຕທົ່ວໂລກໃນປີ 2018 ແລະ 2019

(VOVWORLD) - ວັນທີ 22 ມັງກອນ, ກອງທຶນເງິນຕາສາກົນ (IMF) ໄດ້ດັດປັບການຄາດຄະເນການເຕີບໂຕດ້ານເສດຖະກິດໂລກຂອງປີ 2018 ແລະ 2019, ຖືວ່າ
IMF ຍົກລະດັບການຄາດຄະເນການເຕີບໂຕທົ່ວໂລກໃນປີ 2018 ແລະ 2019 - ảnh 1 (ພາບປະກອບ: rte.ie)

ແຜນການຫຼຸດຜ່ອນພາສີໄດ້ຮັບຄວາມຫວັງວ່າ ຈະຊຸກຍູ້ການລົງທຶນເຂົ້າບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກນີ້ ກໍຄືຊ່ວຍໃຫ້ບັນດາຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ຂອງອາເມລິກາ. ຕາມນັ້ນແລ້ວ, ການເຕີບໂຕດ້ານເສດຖະກິດທົ່ວໂລກຈະບັນລຸລະດັບ 3,9% ໃນປີ 2018 ແລະ 2019, ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ການຄາດຄະເນທີ່ໄດ້ອັບເດດເມື່ອເດືອນ ຕຸລາ 2017.

        ເຖິງຢ່າງໃດກໍ່ຕາມ, ໃນບົດລາຍງານອັບເດດກ່ຽວກັບແງ່ຫວັງເສດຖະກິດໂລກ, IMF ກ່າວເຕືອນວ່າ ການເຕີບໂຕຂອງອາເມລິກາ ຄາດວ່າຈະຄ່ອຍໆຫຼຸດລົງ ພາຍຫຼັງປີ 2022 ຍ້ອນບັນດາມາດຕະການກະຕຸ້ນການໃຊ້ຈ່າຍຊົ່ວຄາວທີ່ໄດ້ຍົກອອກມາ ໂດຍນະໂຍບາຍຫຼຸດຜ່ອນພາສີເລີ່ມໝົດຜົນສັກສິດ.

        IMF ໃຫ້ຂໍ້ສັງເກດວ່າ, ບັນດາພື້ນຖານເສດຖະກິດທົ່ວໂລກ ພວມຟື້ນຕົວພ້ອມໆກັນ, ຊ້ຳບໍ່ໜຳກໍ່ຟື້ນຕົວແຮງກວ່າລະດັບຄາດຄະເນ ແລະ ຍ້ອນມີແຜນການຫຼຸດຜ່ອນພາສີຂອງອາເມລິກາ ການຟື້ນຟູອາດຈະເພີ່ມຂຶ້ນຢ່າງແຮງໃນໄລຍະສັ້ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ