IMF ຕີລາຄາສູງບັນດາມາດຕະການຂອງ ຫວຽດນາມ ໃນການຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ -19

(VOVWORLD) - ຕາມການຕີລາຄາຂອງຄະນະບໍລິຫານ IMF ແລ້ວ, ເສດຖະກິດ ຫວຽດນາມ ຍັງຮັກສາທ່າຟື້ນຟູ, ດ້ວຍລາຍຮັບຈາກການຂາຍຍ່ອຍ, ການຜະລິດອຸດສາຫະກຳ ແລະ ຈຳນວນວິສາຫະກິດສ້າງຕັ້ງໃໝ່ລ້ວນແຕ່ເພີ່ມຂຶ້ນ.

ຄະນະບໍລິຫານກອງທຶນເງິນຕາສາກົນ (IMF) ຕີລາຄາສູງຕໍ່ເລື່ອງບັນດາເຈົ້າໜ້າທີ່ ຫວຽດນາມ ໄດ້ນຳໃຊ້ບັນດານະໂຍບາຍເພື່ອຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ໃນຂະນະທີ່ຍັງຄົງຮັກສາງົບປະມານໄດ້ເປັນປົກກະຕິ, ຄວາມສາມາດຊຳລະໜີ້ສາກົນ ແລະ ການເງິນມີສະຖຽນລະພາບ, ພ້ອມທັງຜັນຂະຫຍາຍການເຄື່ອນໄຫວສັກຢາວັກຊີນທີ່ເປັນໜ້າປະທັບໃຈ. ນີ້ແມ່ນບັນດາເນື້ອໃນສຳຄັນໃນບົດຖະແຫຼງຂ່າວເຊິ່ງຫ້ອງການພາກພື້ນ ອາຊີ - ປາຊີຟິກ ຂອງ IMF ປະຈຳ ໂຕກຽວ, ປະເທດຍີ່ປຸ່ນ ຍົກອອກມາພາຍຫຼັງການປຶກສາຫາລືປະຈຳປີຫວ່າງແລ້ວນີ້ ລະຫວ່າງຄະນະບໍລິຫານ IMF ແລະ ລັດຖະບານ ຫວຽດນາມ.

        ຕາມການຕີລາຄາຂອງຄະນະບໍລິຫານ IMF ແລ້ວ, ເສດຖະກິດ ຫວຽດນາມ ຍັງຮັກສາທ່າຟື້ນຟູ, ດ້ວຍລາຍຮັບຈາກການຂາຍຍ່ອຍ, ການຜະລິດອຸດສາຫະກຳ ແລະ ຈຳນວນວິສາຫະກິດສ້າງຕັ້ງໃໝ່ລ້ວນແຕ່ເພີ່ມຂຶ້ນ. IMF ຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ GDP 6% ໃນປີ 2022 ແລະ 7,2% ໃນປີ 2023 ໃນສະພາບການທີ່ສືບຕໍ່ເຄື່ອນໄຫວເປັນປົກກະຕິ ແລະ ຫວຽດນາມ ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ