IMF ຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດທົ່ວໂລກ

(VOVWORLD) - ໃນບົດລາຍງານແງ່ຫວັງເສດຖະກິດໂລກໄດ້ຮັບການປະກາດເມື່ອວັນທີ 9 ຕຸລາ, ດ້ວຍລະດັບການເຕີບໂຕດ້ານການຄ້າມີທ່າອ່ຽງຊ້າກ່ວາສາຍເຫດຍ້ອນສົງຄາມດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ

ບັນດາຄວາມສ່ຽງດ້ານເສດຖະກິດຍ້ອນຄວາມເຄັ່ງຕຶງດ້ານການຄ້າປິນຂັ້ນໄດເພີ່ມຂຶ້ນ ພ້ອມກັບລະດັບການກູ້ຢຶມແມ່ນບັນດາສາຍເຫດພາໄປເຖິງເລື່ອງກອງທຶນເງິນຕາສາກົນ (IMF) ຫລຸດລະດັບຄາດຄະເນການເຕີບໂຕຂອງພື້ນຖານເສດຖະກິດໂລກໃນປີນີ້ ແລະ ປີໜ້າ.

        ໃນບົດລາຍງານແງ່ຫວັງເສດຖະກິດໂລກໄດ້ຮັບການປະກາດເມື່ອວັນທີ 9 ຕຸລາ, ດ້ວຍລະດັບການເຕີບໂຕດ້ານການຄ້າມີທ່າອ່ຽງຊ້າກ່ວາສາຍເຫດຍ້ອນສົງຄາມດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ທັນມີສັນຍານຈະຫລຸດລົງເທື່ອ, IMF ໄດ້ຫລຸດລະດັບຄາດຄະເນແງ່ຫວັງການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ທົ່ວໂລກລົງເຫຼືອພຽງ 3,7% ໃນປີນີ້ ແລະ ປີ 2019.

        ສຳລັບບາງພື້ນຖານເສດຖະກິດ, ບົດລາຍງານຂອງ IMF ຄາດຄະເນການເຕີບໂຕ GDP ຂອງ ອາເມລິກາ ບັນລຸລຳດັບແມ່ນ 2,9% ແລະ 2,5% ໃນປີນີ້ ແລະ ປີໜ້າ.

        ຄວາມຂັດແຍ້ງກັນດ້ານການຄ້າກັບ ອາເມລິກາ ກໍ່ຕໍ່ຄວາມກົດດັນສຳລັບ ຈີນ ໃນຂະນະທີ່ການເຕີບໂຕຂອງພື້ນຖານເສດຖະກິດທີສອງຂອງໂລກນີ້ໄດ້ຮັບການຄາດຄະເນຈະຫລຸດລົງ ຍັງເຫຼືອພຽງ 6,6% ໃນປີນີ້ ແລະ 6,2% ໃນປີໜ້າ, ລ້ວນແຕ່ຫລຸດລົງເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ