IMFກ່າວເຕືອນວ່າ:ຫນີ້ສິນທົ່ວໂລກພວມຢູ່ໃນລະດັບສະຖິຕິ

IMFກ່າວເຕືອນວ່າ:ຫນີ້ສິນທົ່ວໂລກພວມຢູ່ໃນລະດັບສະຖິຕິ - ảnh 1
ຜູ້​ອຳ​ນວຍ​ການIMF Christine Lagarde 
ພາບ:THX/TTXVN

 

(vovworld)-  ​ລະ​ດັບ​ຫນີ້​ສາ​ທາ​ລະ​ນະ ແລະ ຂອງ​ພາກ​ເອ​ກະ​ຊົນ​ທົ່ວ​ໂລກ​ພວມ​ຢູ່​ໃນລະ​ດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ແມ່ນ​ຮົ້ວ​ກີດ​ຂວາງ​ສົມ​ຄວນຕໍ່​ຄາດ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ. ບົດ​ລາຍ​ງານ​ຕິດ​ຕາມກວດ​ກາ​ດ້ານ​ການ​ເງິນ ຊື່ງ​ປະ​ກາດ​ໃນ​ວັນ​ທີ 5/10 ຂອງກອງ​ທຶ​ນ​ເງິນ​ຕາ​ສາ​ກົນ (IMF) ໃຫ້​ຮູ້​ວ່າ: ຫນີ້​ສາ​ທາ​ລະ​ນະ ແລະ ​ພາກ​ເອ​ກະ​ຊົນ ໃນ​ທ້າຍ​ປີ 2015 ບັນ​ລຸ 152.000 ຕື້ USD, ເທົ່າ​ກັບ 225% ຍອດ​ຜະ​ລິດ​ຕ​ະ​ພັນ​ພາຍ​ໃນ GDP ຂອງ​ທົ່ວ​ໂລກ. ໃນ​ ປະ​ມານ 60% ຈຳ​ນວນ​ຫນີ້​ສິນ​ດັ່ງ​ກ່າວ​ແມ່ນ​ຂຶ້ນ​ກັບ​ພາກ​ເອ​ກະ​ຊົນ. ຜູ້​ອຳ​ນວຍ​ການ​ຂອງ​ຄະ​ນະ​ການ​ເງິນ IMF ທ່ານ Vitor Gaspar ໄດ້​ສັງ​ເກດ​ວ່າ: ຫນີ້​ສິນ​ຢູ່​ໃນ​ລະ​ດັບ​ສູງ​ໃນ​ຂະ​ນະ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ໃນ​ລະ​ດັບ​ຕ່ຳ​ໄດ້​ເຮັດ​ໃຫ້​​ມີຄວາມ​ສ່ຽງ​ອາດ​ຈະ​ເກີດ​ວິ​ກິດ​ການ​ການ​ເງິນ. 


ຕອບກັບ

ຂ່າວ/ບົດ​ອື່ນ