Interpol ຍອມຮັບຖານະເປັນສະມາຊິກຂອງ ປາແລັດສະຕິນ

(VOVWORLD) -ວັນທີ 27 ກັນຍາ, ອົງການຕຳຫລວດອາດຊະຍາກຳສາກົນ (Interpol) ປະກາດວ່າ ໄດ້ຕົກລົງຍອມຮັບເອົາ ປາແລັດສະຕິນ ເຂົ້າຮ່ວມໃນອົງການດ້ວຍຖານະເປັນປະເທດສະມາຊິກ, ຕາມຄຳສະເໜີຂອງອຳນາດການປົກຄອງ ປາແລັດສະຕິນ. 

ພ້ອມກັບ ປາແລັດສະຕິນ, ໝູ່ເກາະ Solomon ກໍ່ໄດ້ຮັບການຮັບຮອງໃຫ້ເປັນສະມາຊິກຂອງ Interpol. ດັ່ງນັ້ນ ປັດຈຸບັນ ຈຳນວນສະມາຊິກຂອງອົງການດັ່ງກ່າວແມ່ນຂຶ້ນເຖິງ 192 ປະເທດ. ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al – Maliki ຖືນີ້ແມ່ນ “ໄຊຊະນະ” ຂອງ ປາແລັດສະຕິນ ແລະ ອີງໃສ່ກົນໄກສ່ວນຫລາຍຂອງ Interpol ເມື່ອມີສະມາຊິກ Interpol ປ່ອນບັດສະໜັບສະໜູນການເຂົ້າຮ່ວມຂອງ ປາແລັດສະຕິນ ກ່ວາ 75%. ທ່ານ Maliki ຊີ້ແຈ້ງວ່າ ເນື່ອງໃນໂອກາດນີ້, ປາແລັດສະຕິນ ຢັ້ງຢືນຄຳໝັ້ນສັນຍາເຄົາລົບບັນດາພັນທະສາກົນກໍ່ຄືການປະກອບສ່ວນເຂົ້າໃນວຽກງານຕ້ານອາດຊະຍາກຳ ແລະ ປັບປຸງກົດໝາຍສາກົນຄືນໃໝ່.

        ແລະກໍ່ໃນວັນດຽວກັນ, ໃນຖະແຫຼງການຂອງທ່ານປະທານາທິບໍດີ ອິດສະລາແອັນ Reuven Rivlin ໄດ້ຕຳໜິຕິຕຽນຄຳຕັດສິນຂອງ Interpol ແລະ ຖືວ່າ ສິ່ງດັ່ງກ່າວ ຈະເຮັດໃຫ້ຄວາມສາມາດຕ້ານກໍ່ການຮ້າຍຂອງອົງການຕຳຫລວດທົ່ວໂລກນີ້ອ່ອນແອລົງ.


ຕອບກັບ

ຂ່າວ/ບົດ​ອື່ນ