Interpolປະກາດຄຳສັ່ງໄລ່ຈັບ42ຄົນ ກ່ຽວຂ້ອງເຖິງອົງການອ້າຍນ້ອງມຸດສະລີມ

Interpolປະກາດຄຳສັ່ງໄລ່ຈັບ42ຄົນ   ກ່ຽວຂ້ອງເຖິງອົງການອ້າຍນ້ອງມຸດສະລີມ - ảnh 1
ບັນ​ດາ​ມື​ປືນ​ຂອງ​ອົງ​ການ​ອ້າຍ​ນ້ອງ​ມຸດ​ສະ​ລີມ
ພາບ:vov.vn

(vovworld)-​ ​ອົງ​ການ​ຕຳ​ຫລວດ​ອາຍ​າ​ສາ​ກົນ(Interpol) ໄດ້​ປະ​ກາດ​ຄຳ​ສັ່ງ​ໄລ່​ຈັບ​ 42 ຄົນ​ທີ່​ກ່ຽວ​ຂ້ອງ​ເຖິງ​ອົງ​ການ​ອ້າຍ​ນ້ອງ​ມຸດ​ສະ​ລີມ(MB), ໃນ​ນັ້ນ ມີ​ຜູ້​ນຳ​ຫນ້າ​ພັນ​ທະ​ມິດ​ນັກ​ຮຽນ​ຮູ້​ອິ​ດ​ສະ​ລາມ​ສາ​ກົນ Yusuf Al Qaradawi. ຂ່າວ​ຄາວ​ດັ່ງ​ກ່າວ​ໄດ້​ອອກ​ໃນ​ຫນ້າ​ເວັບ​ໄຊ​ຢ່າງ​ເປັນ​ທາງ​ການ​ຂອງ Interpol ໃຫ້​ຮູ້​ວ່າ: Qaradawi ຖືກ​ໄລ່​ຈັບ ຍ້ອນ​ບັນ​ດາ​ຄຳ​ກ່າວ​ຜູກ​ໂທດ​ວ່າ: ໄດ້​ເຫັນ​ດີ, ຍຸ​ແຍ່ ແລະ ຊ່ວຍ​ເຫລືອ​ການ​ເຂັ່ນ​ຂ້າ​ໂດຍ​ມີ​ຈຸດ​ປະ​ສົງ, ຊ່ວຍ​ບັນ​ດາ​ນັກ​ໂທດ​ອອກ​ຈາກ​ຄຸກ, ມ້າງ​ເພ​ທຳ​ລາຍ ແລະ ຂີ້ລັກ​ …”ໃນ​ຂະ​ນະ​ນັ້ນ,  Quatar ຜູ້​ເຜີຍ​ແຜ່​ສາ​ສະ​ຫນາ Wagdy Ghoneim, ຜູ້​ຖືກ ອາ​ເມ​ລິ​ກາ​ເນ​ລະ​ເທດ​ເມື່ອ​ປີ 2005 ແລະ ຖືກ​ປະ​ຕິ​ເສດ​ເຂົ້າ​ເມືອງ​ປະ​ເທດ​ເອີ​ລົບ​ຈຳ​ນວນ​ຫນຶ່ງ ກໍ​ຖືກ​ໄລ່​ຈັບ​ດ້ວຍ​ຄຳ​ກ່າວ​ຜູກ​ໂທດ​ແມ່ນ​ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ໃຊ້​ຄວາມ​ຮຸນ​ແຮງ, ເຂັ່ນ​ຂ້າ, ລອບ​ຈັບ​ຕົວ, ທໍ​ລະ​ມານ ແລະ ນຳ​ໃຊ້​ປືນ​ໂດຍບໍ່​ມີ​ຫນັງ​ສື​ອະ​ນຸ​ຍາດ.

 

 

ຂ່າວ/ບົດ​ອື່ນ