IPU132ແມ່ນເຫດການການເມືອງມີຄວາມໝາຍປະຫວັດສາດສຳຄັນຂອງຫວຽດນາມ

IPU132ແມ່ນເຫດການການເມືອງມີຄວາມໝາຍປະຫວັດສາດສຳຄັນຂອງຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຕອງ​ທິ​ຟ້ອງ
ກ່າວ​ຄຳ​ເຫັນ​ທີ່ IPU 131

 (vovworld)- ​ຕາມ​ແຈ້ງ​ການ​ສື່ມວນ​ຊົນ​ກ່​ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ IPU 132 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ຢູ່ ຮ່າ​ໂນ້ຍ, ແຕ່​ວັນ​ທີ 28/3-1/4/2015 ສະ​ບັບ​ອອກ​ໃນ​ວັນ​ທີ 26/3 ໄດ້​ເນັ້ນ​ຫນັກ​ວ່າ: IPU 132 ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ຜູ​້​ແທນ​ສາ​ກົນ​ກວ່າ 160 ຄະ​ນະ ຊື່ງ​ລວມ​ມີ: ບັນ​ດາ​ລັດ​ຖະ​ສະ​ພາ​ສະ​ມາ​ຊິກ IPU, ສະ​ມາ​ຊິກ​ຮ່ວມ​ສຳ​ພັນ, ບັນ​ດາ​ອົງ​ການ ແລະ ແຂກ​ຖືກ​ເຊີນ​ສາ​ກົນ. ທີ່ IPU 132, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ ຈະ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ເລື່ອງ: “ບັນ​ດາ​ຈຸດ​ໝາຍ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ, ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ”. IPU 132 ​ກໍ​ຈະ​ຮັບ​ຮອງ​ເອົາ​ບັນ​ດາ​ຮ່າງ​ມະ​ຕິ ທີ່​ 4 ກຳ​ມາ​ທິ​ການ​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ເງິນ ແລະ ການ​ຄ້າ, ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ ແລະ ບັນ​ດາ​ບັນ​ຫາ ສ​ປ​ຊ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກໍ​ປຶກ​ສາ​ຫາ​ລື​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ຫົວ​ເລື່ອງ​ຮີບ​ດ່ວນ.

        ​ກອງ​ປະ​ຊຸມ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ເພດ​ຍິງ ໂດຍ​ມີ​ການ​ເຂົ້າ​ຮ່ວ​ມ​ຂອງກວ່າ 200 ທ່ານ​ນາງ ຈະ​ສະ​ເຫລີມ​ສະ​ຫລອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກົນ​ໄກ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ.ຄຽງ​ຄູ່​ກັບ​ບັນ​ດາ​ກອງ​ປະ​ຊຸມ​ຂອງ IPU 132, ຍັງ​ມີ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ ໂດຍ​ສຸ​ມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຫົວ​ເລື່ອງ​ກ່ຽວ​ກັບ​ຄວາ​ມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ ຊາຍ, ຊຸກ​ຍູ້​ສິດ​ທິ​ມະ​ນຸດ. ເປີດ​ສາກ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ IPU 132, ຕອນ​ເຊົ້າ​ວັນ​ທີ 26/3, ສູນ​ການ​ຂ່າວ ຮັບ​ໃຊ້ IPU 132 ໄດ້​ເປີດ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ທີ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ ໝີ​ດີງ. ທ່ານ​ນາງ Jemini Pandia Gillijns, ຮັບ​ຜິດ​ຊ​ອບ​ດ້ານ​ສື່​ສານ ຂຶ້ນ​ກັບ​ຄະ​ນະ​ເລ​ຂາ IPU ​ເນັ້ນ​ຫນັກ​ວ່າ:

        “ສູນ​ການ​ຂ່າວ​ໄດ້​ປ​ະ​ກອບ​ເຄື່ອງອຸ​ປະ​ກອນ​ຢ່າງ​ຄົບ​ຖ້ວນ, ຊ່ວຍ​ໃຫ້​ບັນ​ດາ​ນັກ​ຂ່າວ​ສາ​ມາດ​ສຳ​ພັດ​ກັບ​ແຫລ່ງ​ຂ່າວ​ຢ່າງ​ສະ​ດວກ. ການ​ກະ​ກຽມ​ທາງ​ດ້ານ​ວັດ​ຖຸ​ຂອງ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ປະ​ທັບ​ໃຈ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ IPU 132 ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ.”

 

 

 

 

 

ຂ່າວ/ບົດ​ອື່ນ