IPUຕີລາຄາສູງບົດຮຽນຂອງສະພາແຫ່ງຊາດຫວຽດນາມ

IPUຕີລາຄາສູງບົດຮຽນຂອງສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່ IPU
(ພາບ: Tố Uyên/TTXVN)

(vovworld) – ​​ຫວຽດ​ນາມ ມີ​ບັນ​ດາ​ການ​ປະ​ກອ​ບ​ສ່ວນ​ຢ່າງ​ແຮງ​ເຂົ້າໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ (IPU), ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ລັດ​ຖະ​ສະ​ພາ​ສະ​ມາ​ຊິກ​ໃນ​ໂລກ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ (IPU) Martin Chungong ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່າ​ວ​ສານ​ຫວຽດ​ນາມ ປະ​ຈຳ ເຊີ​ແນວ, ປະ​ເທດ​ສະ​ວິດ. ທ່ານ Martin Chungong ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ຮັກ​ສາ​ຕຳ​ແໜ່ງ​ການ​ນຳ​ທີ່ສ​ຳ​ຄັນ​ໃນ IPU, ໃນ​ສະ​ພາ​ບໍ​ລິ​ຫານ​ງານ, ອົງ​ການ​ອັນ​ດັບ​ໜຶ່ງ​ຂອງ IPU ຫຼາຍ​ເທື່ອ​ແລ້ວ ແລະ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ IPU. ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກໍ່​ເຄີຍ​ຮັກ​ສາ​ຕຳ​ແໜ່ງ​ປະ​ທານ​ກຸ່ມ​ການ​ເມືອງ ອາ​ຊີ - ປ​າຊີ​ຟິກ, ກຸ່ມ ອາ​ຊຽນ +3 ໃນ​ຂອບ​ເຂດກອງ​ປະ​ຊຸມ​ໃຫຍ່ IPU. ຍາມ​ໃດ​ ຫວຽດ​ນາມ ກໍ່​ສະ​ແດງ​ຄວາມ​ຕັ້ງ​ໜ້າ ແລະ ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທ​ຸກໆ​ການ​ເຄື່ອນ​ໄຫວ​ເພື່ອ​​ບັນ​ດາຈຸດ​ໝາຍ​ຂອງ IPU ຄື​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ໃນ​ໂລກ, ຊຸກ​ຍູ້​ບົດ​ບາດ ແລະ ສິດ​ຂອງ​ແມ່​ຍິງ, ເດັກ​ນ້ອຍ. ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່ IPU ຄັ້ງ​ທີ 132 ຈະ​ສ້າງ​ເວ​ທີ​ປາ​ໄສ​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ, ບັນ​ດາ​ລັດ​ຖະ​ສະ​ພາ​ສະ​ມາ​ຊິກ​ແລກ​ປ່ຽນ​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາຫຼັງ​ປີ 2015, ພ້ອ​ມ​ທັງ​ຍົ​ກ​ສູງ​ສ​ຽງ​ເວົ້າ​ຂອງ​ກຸ່ມ​ບັນ​ດາ​ປະ​ເທດ ອາ​ຊີ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ.


ຂ່າວ/ບົດ​ອື່ນ