IS ຍອມຮັບດຳເນີນເຫດບຸກໂຈມຕີກອງທັບ Mali

(VOVWORLD) -ວັນ 02 ພະຈິກ, ອົງການກໍ່ການຮ້າຍ IS ກ່າວຮັບຜິດຊອບດຳເນີນເຫດບຸກໂຈມຕີຢູ່ເຂດທາງທິດຕາເວັນອອກສ່ຽງເໜືອ Mali, ເຊິ່ງເຮັດໃຫ້ມີທະຫານຢ່າງໜ້ອຍສຸດ 53 ຄົນເສຍຊີວິດ. ນີ້ແມ່ນເຫດບຸກໂຈມຕີນອງເລືອດທີ່ສຸດແນໃສ່ກອງທັບ Mali ໃນຊຸມປີມໍ່ໆມານີ້.

ກ່ອນໜ້ານັ້ນ, ວັນທີ 01 ພະຈິກ, ກອງທັບ Mali ໃຫ້ຮູ້ວ່າ, ມີທະຫານ 53 ຄົນເສຍຊີວິດ ແລະ ຫຼາຍຄົນຖືກຫາຍສາບສູນໃນເຫດບຸກໂຈມຕີກໍ່ການຮ້າຍແນໃສ່ຄ້າຍທະຫານຢູ່ເຂດ Menaka, ທາງທິດຕາເວັນອອກສ່ຽງເໜືອຂອງປະເທດນີ້. ລັດຖະບານ Mali ໄດ້ກ່າວປະນາມເຫດບຸກໂຈມຕີ, ຜັນຂະຫຍາຍກອງທັບເຖິງເຂດນີ້ເພື່ອເພີ່ມທະວີຄວາມສະຫງົບ ກໍ່ຄືຊອກຫາບັນດາພາກສ່ວນກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ