IS ຍອມຮັບໄດ້ກໍ່ເຫດກໍ່ການຮ້າຍຢູ່ລັດເຊຍ ແລະ ອີຢິບ

(VOVWORLD) - ແລະກໍ່ໃນວັນດຽວກັນ, ອົງການ IS ຍອມຮັບວ່າໄດ້ປະຕິບັດການບຸກໂຈມຕີແນໃສ່ໂບດແຫ່ງໜຶ່ງຢູ່ທາງທິດໃຕ້ນະຄອນຫຼວງ ກາຍໂຣ ປະເທດ ອີຢິບ ເຮັດໃຫ້ຢ່າງໜ້ອຍສຸດ 9 ຄົນເສຍຊີວິດ.

ວັນທີ 29 ທັນວາ, ອົງການ IS ໄດ້ຍອມຮັບວ່າໄດ້ກໍ່ເຫດວາງລະເບີດໃນວັນທີ 27 ທັນວາ ຢູ່ຮ້ານຊັບພະສິນຄ້າແຫ່ງໜຶ່ງທີ່ນະຄອນ Saint Peterburg ຂອງສະຫະພັນລັດເຊຍ, ເຮັດໃຫ້ 14 ຄົນຖືກຮັບບາດເຈັບ. ໃນຖະແຫຼງການສະບັບໜຶ່ງ, ພາກສ່ວນໂຄສະນາຂອງອົງການ IS ໄດ້ຢັ້ງຢືນວ່າ: “ເຫດບຸກໂຈມຕີແນໃສ່ສູນການຄ້າທີ່ Saint Peterburg ໃນວັນທີ 27 ທັນວາ ໂດຍກຸ່ມໜຶ່ງມີການພົວພັນກັບ IS ປະຕິບັດ.”

        ແລະກໍ່ໃນວັນດຽວກັນ, ອົງການ IS ຍອມຮັບວ່າໄດ້ປະຕິບັດການບຸກໂຈມຕີແນໃສ່ໂບດແຫ່ງໜຶ່ງຢູ່ທາງທິດໃຕ້ນະຄອນຫຼວງ ກາຍໂຣ ປະເທດ ອີຢິບ ເຮັດໃຫ້ຢ່າງໜ້ອຍສຸດ 9 ຄົນເສຍຊີວິດ. ພາກສ່ວນໂຄສະນາຂອງ IS Amaq ໃຫ້ຮູ້ວ່າ: ກຸ່ມມືປືນຂອງອົງການກໍ່ການຮ້າຍນີ້ໄດ້ດຳເນີນການບຸກໂຈມຕີໂບດ Mari Mina ຂອງປະຊາຄົມຊາວຄິຼດຢູ່ເມືອງ Helwan. ແລະ ກໍ່ຕາມແຫຼ່ງຂ່າວນີ້ແລ້ວ, ໜຶ່ງໃນຈຳນວນບັນດາມືປືນຂອງ IS ໄດ້ຖືກເສຍຊີວິດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ