IS ນຳໃຊ້ກວ່າ 4.000 ຄອບຄົວເປັນອຜ່ນກຳບັງຢູ່ແຂວງ Anba

(VOVWORLD) -ວົງການເຈົ້າໜ້າທີ່ແຂວງ Anba ຂອງອີຣັກ ໃຫ້ຮູ້ວ່າ, ມີຫຼາຍກວ່າ 4.000 ຄອບຄົວຢູ່ພາກຕາເວັນຕົກຂອງແຂວງນີ້ ພວມຖືກບັນດາມືປືນຂອງກຸ່ມ IS ປິດລ້ອມ ແລະ ນຳໃຊ້ເປັນແຜ່ງກຳບັງ.
IS ນຳໃຊ້ກວ່າ 4.000 ຄອບຄົວເປັນອຜ່ນກຳບັງຢູ່ແຂວງ Anba - ảnh 1 (ພາບປະກອບ: AFP/TTXVN)

 ໃນ 4.000 ກວ່າຄອບຄົວດັ່ງກ່າວ, ສ່ວນຫຼາຍແມ່ນຜູ້ເຖົ້າຜູ້ແກ່, ແມ່ຍິງ ແລະ ເດັກນ້ອຍ; ໃນຂະນະນັ້ນ, ມີສາມັນຊົນນັບສີບໆຄົນຖືກສັງຫານຍ້ອນຖືກສົງໄສເປັນຜູ້ສືບຂ່າວໃຫ້ບັນດາກອງກຳລັງອີຣັກ ຫຼື ຮ່ວມງານກັບບັນດາທະຫານກົກເຫຼົ່າ. ວົງການເຈົ້າໜ້າທີ່ໃຫ້ຮູ້ວ່າ, ປະຈຸບັນກອງທັບປະເທດນີ້ຍັງບໍ່ທັນດຳເນີນບັນດາການບຸກໂຈມຕີເພື່ອແນໃສ່ປົດປ່ອຍພາກຕາເວັນຕົກ Anba ໄດ້, ຍ້ອນສົງຄາມຢູ່ Mosul ຍັງບໍ່ທັນສິ້ນສຸດລົງເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ