IS ນຳໃຊ້ອາວຸດເຄມີຢູ່ນະຄອນ Mosul, ອີຣັກ

IS ນຳໃຊ້ອາວຸດເຄມີຢູ່ນະຄອນ Mosul, ອີຣັກ - ảnh 1
ບັນ​ດາກ​ຳ​ລັງຂອງ ອີ​ຣັກ ບຸກ​ເຂົ້າ al - Abar
(ພ​າບ: AFP/TTXVN)

(vovworld) – ວັນ​ທີ 16/4, ກອງ​ບັນ​ຊາ​ການ​ບັນ​ດາບັ້​ນ​ຮົບ​ຮ່ວມ​ຂອງ ອີ​ຣັກ (IJOP) ໃຫ້​ຮູ້​ວ່າ: ກຸ່​ມກໍ່​ການ​ຮ້າຍ​ລັດ​ອິ​ດ​ສະ​ລາມ (IS) ອ້າງ​ຊື່​ເອງ ໄດ້​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ເພື່ອ​ຕ້ານ​ຄືນ​ບັນ​ດາ​ກຳ​ລັງ​ ອີ​ຣັກ ເຂົ້າ​ຮ່ວມບັ້ນ​ຮົບ​ປົດ​ປ່ອຍ​ນະ​ຄອນຫຼວງ Mosul. ຖະ​ແຫຼງ​ການ​ຂອງ IJOP ໃຫ້​ຮູ້​ວ່າ: ກຳ​ລັງ IS ໄດ້​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທີ່​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ປະ​ຈຳ, ໄລ​ຍະແຕ່​ຕົວ​ເລກຜູ້​ຖືກ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ກໍ່​ຄື​ຜົນ​ກະ​ທົບ​ຂອງ​ບັນ​ດາ​ການ​ບຸກ​ໂຈມ​ຕີນີ້​ຕໍ່​ບັ້ນ​ຮົບ​ການ​ທະ​ຫານ​ຂອງ​ກຳ​ລັງ ອີ​ຣັກ ແມ່ນ​ຈຳ​ກັດ​ຢູ່. IS ໄດ້​ກີດ​ຂວາງ​ທ່າ​ບຸກ​ໂຈມ​ຕີ Mosul ຂອງ​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ດ້ວຍ​ການ​ນຳ​ໃຊ້​ລູກ​ປືນ​ໃຫຍ່​ບັນ​ຈຸ​ທາດ​ເຄ​ມີ.


ຕອບກັບ

ຂ່າວ/ບົດ​ອື່ນ