IS ປະກາດ Videoclip ເຂັ່ນຂ້າພົນລະເມືອງ ອາເມລິກາແລະ ນັກຮົບຊີຣີຫຼາຍຄົນ


IS ປະກາດ Videoclip ເຂັ່ນຂ້າພົນລະເມືອງ ອາເມລິກາແລະ ນັກຮົບຊີຣີຫຼາຍຄົນ - ảnh 1

(ພາບ: reuters)

(vovworld)– ວັນ​ທີ 16/11, ກຳລັງ “ລັດ​ອິດ​ຊະລາ​ມ“ (IS) ອ້າງ​ຊື່​ເອງ ​ໄດ້​ປະກາດ Videoclip ກ່ຽວ​ກັບການ​ເຂັ່ນ​ຂ້າ​ພະລາກອນ​ຊ່ວຍ​ເຫຼືອ​ມະນຸດສະທຳ​ຊາວອາ​ເມ​ລິ​ກາ, ທ່ານ Peter Kassig. ຖ້າ​ຫາກ Videoclip ດັ່ງກ່າວມີ​ຈິງ, ນີ້​ຈະ​ແມ່ນ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ ຜູ້ທີ 3 ຖືກ​ກຳລັງ​ນີ້​ເຂັ່ນ​ຂ້າ ຖັດຈາກ​ນັກ​ຂ່າວ​ອາ​ເມ​ລິ​ກາ 2 ຄົນ​ຖືກ​ເຂັ່ນ​ຂ້າ​ກ່ອນ​ນັ້ນ. Peter Kassig, ອາຍຸ 26 ປີ, ​ເຮັດ​ວຽກ​ງານ​ກູ້​ຊ່ວຍ​ຢູ່​ຊີຣີ ​ແລະ ຖືກ​ລອບ​ຈັບ​ຕົວ​​ເມື່ອ​ເດືອນ 10/2013 ​ໃນ​ຂະນະ​ພວມ​ເດີນທາງ​ໄປ​ນະຄອນ Deir Al Zor ທາງ​ພາກ​ຕາ​ເວັນ​ອອກ​ຊີຣີ. ​ແລະ ​ກໍ່​ໃນ Videoclip ດັ່ງກ່າວ, IS ຍັງອັດ​ພາບ​ເຂັນ​ຂ້າ​ 18 ຄົນທີ່​ຖືກ​ຖື​ວ່າ​ແມ່ນນັກຮົບ​ຂອງ​ລັດຖະບານຊີຣີ ອີກ​ດ້ວຍ./.

ຂ່າວ/ບົດ​ອື່ນ