IS ເພີ່ມທະວີກຳລັງ ບຸກໂຈມຕີເທດສະບານ Kobane


IS ເພີ່ມທະວີກຳລັງ ບຸກໂຈມຕີເທດສະບານ Kobane - ảnh 1

ຊາວເກີດລົບໄພຢູ່ຕວກກີ

(ພາບ: rte.ie  )

(vovworld) –​​​ວັນ​ທີ 12/10, ກຳລັງ “ລັດ​ອິດ​ຊະລາ​ມ“ (IS) ​ໄດ້​ເພີ່ມຈຳນວນ​ທະຫານ​ເພື່ອ​ປິດລ້ອມ​ເທດສະບານ Kobane ຕໍ່ໜ້າການ​ຕ້ານ​ຄືນ​ຢ່າງ​ແຮງ​ຂອງ​ກຳລັງຊາວ​ເກີດ​ຢູ່​ເທດສະບານ​ນີ້. ບັນດາ​ມື​ປືນ IS ​ໄດ້ຄວບ​ຄຸມ​ກ່ວາ 30% ​ເທດສະບານ ​ Kobane ແລ້ວ. IS ພວມສົ່ງ​ບັນດາ​ມື​ປືນ​​ເພີ່ມ​ເຕີມ​ຈາກ​ບັນດາ​ເຂດ​ອື່ນ​ຊື່​ງກຸ່ມ​ນີ້​ໄດ້​ຄວບ​ຄຸມ​ຢູ່​ຊີຣີ ​ໃນ​ສະພາບ​ການ​ທີ່ IS ຍຶດຄອງສຳ​ນັກ​ບັນຊາ​ຂອງ​ຊາວ​ເກີດ ທີ່ Kobane ​ເມື່ອວັນ​ທີ 10/10 ​ແຕ່ຍັງ​ບໍ່​ທັນ​ສ້າງ​ບາດຄ້ອນ​ບັດ​ຕາຍ​​ໄດ້ເທື່ອ. ​ເທດສະບານ Kobane ຕັ້ງຢູ່ມໍ່​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ​ຕວກກີ ​ແມ່ນ​ເປົ້າໝາຍ​ຍຶດຄອງ​ຂອງ IS ​ໃນຕະຫຼອດ 3 ອາທິດ​ຜ່ານ​ມາ, ​ເຮັດ​​ໃຫ້​ປະຊາຊົນ​ປະມານ 300.000 ຄົນຕ້ອງ​ອອກ​ຈາກ​ເຮືອນ​ຊານ​ໄປ​ລີ້​ໄພ​ຢູ່​ບ່ອນ​ອື່ນ./.

ຂ່າວ/ບົດ​ອື່ນ