Israelເຕືອນໄພພາຍຫລັງເຫດການການນຳຂັ້ນສູງHezbollahຖືກດັບສູນ

Israelເຕືອນໄພພາຍຫລັງເຫດການການນຳຂັ້ນສູງHezbollahຖືກດັບສູນ - ảnh 1
ພົນທະຫານ​ Israel (ພາບ: TTXVN)

(vovworld) – ​ ວັນ​ທີ 20/12, ​​Israel ​ໄດ້ປະກາດ​ສະພາວະ​​ເຕືອນ​ໄພ​ສູງ​ຢູ່ລຽບ​ຕາມ​ຊາຍ​ແດນ ພາຍຫລັງ​ມີ​ຂ່າວ​ການ​ນຳ​ທະຫານ​ຂັ້ນ​ສູງ​ຂອງ​ຂະ​ບວນການ​ອິດ​ສະ​ລາມ Hezbollah, Samir Kuntar ຖື​ກດັບ​ສູນ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ນະຄອນຫລວງ Damascus ຂອງ ຊີຣີ. ​​Israel ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນດາ​ພົນທະຫານ​ປະ​ເທດ​ນີ້ ບໍ່​ໄດ້ອອກ​ຈາກສະຖານ​ທີ່​ສູ້​ຮົບ ​ເພື່ອຮັບ​ມື​ກັນ​ສະພາບ​ຊົ່ວ​ຮ້າຍ​ທີ່​ເກີດ​ຂຶ້ນ. ບັນດາ​ກຳ​ລັງຂອງ​ສະຫະ​ປະຊາ​ຊາດ​ຢູ່ Lebanon ກໍ​ເພີ່ມ​ທະວີການ​ລາດ​ຕາ​ເວັນ ​ແລະ ຕິດຕາມ​ກວດກາ​ລຽບ​ຕິດ​ເສັ້ນ​ຊາຍ​ແດນ​ຂຽວ - ​ເສັ້ນ​ຊາຍ​ແດນ​ລະຫວ່າງ​​ Israel ​ແລະ Lebanon ​ເຊິ່ງສະຫະ​ປະຊາ​ຊາດ​ໄດ້​ຂີດ​ຂັ້ນ​​ໃນ​ປີ 2000. ກ່ອນ​ໜ້າ​ນັ້ນ, Hezbollah, ຂະ​ບວນການ​ປະກອບ​ອາວຸດ​ຂອງ​ຊາວ​ອິດສະ​ລາມນິກາ​ຍ Shiite ຢູ່ Lebanon ​ໃຫ້​ຮູ່ວ່າ: ຕອນ​ຄ່ຳ​ວັນ​ທີ 19/12, ການ​ນຳ Samir Kuntar ຂອງ​ອົງການ​ນີ້ ຖື​ກດັບ​ສູນ ​ເມື່ອ​ບັນດາ​ເຮືອບິນ​ສູ້​ຮົບ​ຂອງ Israel ບຸກ​ໂຈມ​ຕີ​​ໃສ່​ເຮືອນ​ຕືກຂອງ​ຜູ້​ນີ້​ຢູ່ນະຄອນຫລວງ Damascus ຂອງ ຊີຣີ.

 

ຂ່າວ/ບົດ​ອື່ນ