Israelແລະຝະລັ່ງປຶກສາຫາລືກ່ຽວກັບກອງປະຊຸມສັນຕິພາບໃຫ້ບັນຫາIsrael-Palestine

Israelແລະຝະລັ່ງປຶກສາຫາລືກ່ຽວກັບກອງປະຊຸມສັນຕິພາບໃຫ້ບັນຫາIsrael-Palestine - ảnh 1
ທ່ານ Laurent Fabius ລັດຖະມົນຕີ​ວ່າການ
​ກະຊວງ​ການ​ຕ່າງປະ​ເທດ ຝະລັ່ງ
(ພາບ: Reuters)

(vovworld) – ​ ວັນ​ທີ 16/02, ຢູ່​ນະຄອນ Jerusalem, ທ່ານ Patrick Masionnaive ​ເອກ​ອັກຄະ​ລັດຖະທູດ ຝະລັ່ງ ປະຈຳ Israel ​ແລະ ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ບັນຫາ​ການ​ເມື​ອງຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ Israel ທ່ານ Alon Ushpitz ມີ​ການ​ພົບ​ປະ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບຂໍ້​ລິ​ເລີ່​ມຈັດ​ຕັ້ງ​ກອງ​ປະຊຸມ​ສັນຕິພາບ​ຢູ່​ນະຄອນຫລວງ Paris ຂອງ ຝະລັ່ງ ​ໃນ​ຄວາມມານະ​ພະຍາຍາມຢຸດຕິການ​ປະ​ທະ​ກັນ Israel – Palestine. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ ເພື່ອ​ແນ​ໃສ່ດຳ​ເນີນ​ການ​ເຈລະຈາຕ່າງໆ​ລະ​ຫວ່າງ Israel – Palestine ຊຶ່ງ​​ທ່ານ Laurent Fabius ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຝະລັ່ງ ​​ໄດ້ແຈ້ງ​ໃນ​ທ້າຍ​ເດືອນ 1 ຜ່ານ​ມາ. ທ່ານ Fabius ຖະ​ແຫຼ​ງວ່າ ຝະລັ່ງ ຈະ​ຮັບ​ຮອງລັດ Palestine ຖ້າຫາກ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ​ຂອງ ຝະລັ່ງ ປະລາ​ໄຊ. ກ່ອນ​ໜ້າ​ນັ້ນ ທ່ານ​ນາຍົກລັດຖະມົນຕີ Israel Benjamin Netanyahu ​ໄດ້ຖະ​ແຫຼ​ງ ສະໜັບສະໜູນ​ບັນດາ​ການ​ເຈລະຈາ ​ແຕ່ບໍ່ມີ​ເງື່ອນ​ໄຂລ່ວງໜ້າ,​ ແຕ່ຄັດຄ້ານ​ເລື່ອງ Paris ຈະ​ຮັບຮອງລັດ Palestine ຖ້າຫາກວ່າ​ການ​ເຈລະຈາປະລາ​ໄຊ.

ຂ່າວ/ບົດ​ອື່ນ