ISຍອມຮັບໄດ້ເນີນເຫດວາງລະເບີດນອງເລືອດຢູ່ອີຣັກ

ISຍອມຮັບໄດ້ເນີນເຫດວາງລະເບີດນອງເລືອດຢູ່ອີຣັກ - ảnh 1
(ພາບປະກອບ: AFP)

​​(vovworld) – ວັນ​ທີ 13/08, ກຸ່ມ​ລັດ​ອິດສລາມ (IS) ຂະ​ໜາມ​ນາມ​ເອງ ຍອມ​ຮັບ​ໄດ້​ດຳ​ເນີນ​ເຫດວາງລະ​ເບີດ​ຢູ່​ເຂດ​ຕະຫຼາດ​ທີ່​ມີ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ຢູ່ Sadr City, ທາງ​ທິດ​ຕາ​ເວັນ​ອອກສຽງ​ເໜືອ ນະຄອນຫຼວງ ​ແບ​ກ​ແດດ, ຂອງ​ອີຣັກ ​ໃນ​ວັນ​ດຽວກັນ, ​ເຮັດ​​ໃຫ້​ຢ່າງ​ໜ້ອຍສຸດ​ມີ 60 ຄົນ​ເສຍ​ຊີວິດ ​ແລະ 200 ຄົນຮັບ​ບາດ​ເຈັບ. ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ໄດ້​ທຳລາຍ​ເຂດ​ຕະຫຼາດຊຸມ​ຊົນ​​ເຮ​ັດ​ໃຫ້ຫຼາຍ​ຄົນ​ຫາຍ​ສາບ​ສູນ. ​ໃນ​ຖະ​ແຫຼ​ງການ​ທີ່​ສະ​ເໜີ​ທາງ​ເຄືອ​ຂ້າ​ຍອີນ​ເຕີ​ແນ​ດ, IS ​ໄດ້ຍອມຮັບ​​ແມ່ນ​ຕົວ​ການ​ໃນ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເຊິ່ງອົງການ​ນີ້​ຖື​ວ່າ “​ແມ່ນການ​ກະທຳ​ດຳ​ເນີນສົງຄາມ​ສັກສິດ”.

ຂ່າວ/ບົດ​ອື່ນ