ISນາບຂູ່ດຳເນີນການກໍ່ການຮ້າຍຫຼາຍຄັ້ງໃນເດືອນRamadan

ISນາບຂູ່ດຳເນີນການກໍ່ການຮ້າຍຫຼາຍຄັ້ງໃນເດືອນRamadan - ảnh 1
(ພາບປະກອບຈາກ Reuters)

(vovworld) –  ​ໃນ​ສານ​ທີ່ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 21/5, ​ໂຄສົກ​ຂອງ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ Abu Muhammad al – Adnani ຮຽກ​ຮ​້ອງບັນດາ​ຜູ້​ສະໜັບສະ​ໜູນ​ກຸ່ມ​ນີ້​ປຸກລະດົມ​ບັນດາ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເນື່ອງ​ໃນ​ໂອກາດ​ເທດສະການ​ເດືອນ Ramadan ຂອງ​ຊາວ​ອິດ​ສະ​ລາມ (​ເລີ່​ມ​ແຕ່​ຕົ້ນ​ເດືອນ 6 ຈະ​ມາ​ເຖິງ). ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ອົງການ​ຕິດຕາມກວດກາ​ບັນດາ​ແວບ​ໄຊ​ອິດສະ​ລາມ (SITE) ມີ​ສຳນັກງານ​ຕັ້ງ​ຢູ່ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ມີ​ວີ​ດີ​ໂອ​ຕອນ​ໜຶ່ງ, ​ໄດ້​ແຜ່​ພາບ IS ຖະ​ແຫຼ​ງພວມ​ສ້າງ​ແຜນການ​ໂຕ້​ຕອບ​ໃຫ້​ບັນດາ​ຊາວ ມຸດ​ສະ​ລິ​ມຖືກ ​ເສຍ​ຊີວິດ​ໃນ​​ເຫດ​ຈະລາ​ຈົນຢູ່​ລັດ Gujarat, ບ້ານ​ເກີ​ດ​ເມືອງ​ນອນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອິນ​​ເດຍ Narendra Modi, ​ແລະ​ ບາງ​ເຂດ​ອື່ນ.  ການ​ກະທຳ​ທີ່​ຫາ​ຍາກດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເພື່ອ​ແນ​ໃສ່ຍຸຍົງ​ແກ່​ດຶງ​ປະຊາ​ຄົມ​ຊາວ ​ມຸດ​ສະລິມ ສ່ວນ​ໜ້ອຍ​ຢູ່ ອິນ​ເດຍ.


ຂ່າວ/ບົດ​ອື່ນ