ISຝຶກຊ້ອມໃຫ້ບັນດາເປົ້າໝາຍມີກົນອຸບາຍດຳເນີນບັນດາການກໍ່ການຮ້າຍຢູ່ນະຄອນຫຼວງມົດສະກູ,ລັດເຊຍ

ISຝຶກຊ້ອມໃຫ້ບັນດາເປົ້າໝາຍມີກົນອຸບາຍດຳເນີນບັນດາການກໍ່ການຮ້າຍຢູ່ນະຄອນຫຼວງມົດສະກູ,ລັດເຊຍ - ảnh 1
(ພາບປະກອບ: En.rian.ru)

(vovworld) – ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ​ລັດ​ເຊ​ຍ (FSB) ວັນ​ທີ 12/10 ​ໃຫ້​ຮູ້​ວ່າ: ບັນດາ​ເປົ້າ​ໝາຍ​​ເຊິ່ງ​ແມ່ນ​ພົນລະ​ເມືອງ​ຂອງ​ລັດ​ເຊ​ຍ ຫາ​ກໍ​ຖືກ​ຈັບ​ຕົວ ດ້ວຍ​ຂໍ້​ຫາ ມີ​ກົນ​​ອຸບາຍ​ດຳ​ເນີນ​ການ​ກໍ່​ການ​ຮ້າຍ​ຢູ່​ນະຄອນຫຼວງ​ມ​ົດສະ​ກູ ​ໄດ້​ຜ່ານ​ການ​ຝຶ​ກຊ້ອມ​ຢູ່​ບັນ​ດາ​ຄ​້າຍ​ຂອງ​ກຸ່ມ​ລັດ​ອິດສລາມ IS ​ອ້າງ​ຊື່​ເອງ ຢູ່​ຊີຣີ. ຕາມ FSB ​ແລ້ວ, ບັນດາ​ເປົ້າ​ໝາຍ​ນີ້​​ໄດ້​ກັບ​ເມືອ​ປະ​ເທດ​ ​ແລະ ລໍ້​ຖ້າ​​ເປັນ​ເວລາດົນ​ນານ ກ່ອນທີ່​ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ Vladimir Putin ອອກ​ຄຳ​ສັ່ງ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ແນ​ໃສ່ບັນດາ​ເປົ້າ​ໝາຍ IS ​ຢູ່​ເຂດ​ດິນ​ແດນ​ຊີຣີ ຕາມ​ຄຳ​ສະ​ເໜີ​ຂອງ​ອຳນາດ​ການ​ປົກ​ຄອງ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

ຂ່າວ/ບົດ​ອື່ນ