ISລອກຈັບຕົວກວ່າ200ຄົນຢູ່ພາກກາງຊີຣີ

ISລອກຈັບຕົວກວ່າ200ຄົນຢູ່ພາກກາງຊີຣີ - ảnh 1
(ພາບປະກອບ: Reuters)

​​(vovworld) - ອົງການ​ຕິດຕາມ​ສິດ​ທິມະ​ນຸດ​ຊີຣີ (SOHR), ວັນ​ທີ 07/08, ​ໃຫ້​ຮູ້​ວ່າ, ກຸ່ມ​ລັດ​ອິສລາມ IS ​ອ້າງ​ຊື່​ເອງ ​ໄດ້​ລອກ​ຈັບ​ຕົວສາມັນ​ຊົນຢ່າງ​ໜ້ອຍ​ສຸດ 230 ຄົນ, ​ໃນ​ນັ້ນ​ຢ່າງ​ໜ້ອຍ​ສຸດ​ທີ 60 ຄົນ​ຖື​ສາສະໜາ​ຄຼິດ, ລວມທັງ​ແມ່ຍິງ ​ແລະ ​ເດັກ​ນ້ອຍ, ຢູ່​ເທດສະບານ​ Al Qaryatain ຂຶ້ນ​ກັບ​ແຂວງ Homs, ທາງ​ພາກ​ກາງ​ຊີຣີ, ພາຍຫຼັງ IS ຢືດຄອງ​ເຂດ​ນີ​ເປັນ​ເວລາ​ພຽງ 2 – 3 ​ຊົ່ງ​ໂມງ. ຕາມ SOHR ​ແລ້ວ, ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ທີ 06/08, ພາຍ​ຫຼັງພວກ IS ຢືດຄອງ​​​ເທດສະບານ​ນີ້​ກ່ອນ​ນັ້ນ​ໜຶ່ງ​ວັນ. ມີ​ເດັກນ້ອຍ 19 ຄົນ​ຖືກ​ລອກ​ຈັບ​ຕົວ, ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ວ່າ IS ​ໄດ້​ພາ​ຈຳ​ນວນເດັກນ້ອຍ​ເຫຼົ່າ​ນັ້ນ​ໄປ​ໄສ.
ຂ່າວ/ບົດ​ອື່ນ