ISລອບຈັບຕົວເດັກນ້ອຍກວ່າ 120 ຄົນ ຢູ່ ອີຣັກ

ISລອບຈັບຕົວເດັກນ້ອຍກວ່າ 120 ຄົນ ຢູ່ ອີຣັກ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ບັນ​ດາ​ມື​ປືນ ຂຶ້ນ​ກັບ ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ ຢູ່ ອີ​ຣັກ ໄດ້​ລອບ​ຈັບ​ຕົວ​ເດັກ​ນ້ອຍ 127 ຄົນ ຢູ່ ນະ​ຄອນ Mosul ເພື່ອ​ອົ​ບ​ຮົມ​ໃຫ້​ກາຍ​ເປັນ​ບັນ​ດາ​ມື​ປືນ​ໃນ​ອົງ​ການກໍ່​ການ​ຮ້າຍນີ້.  ທ່ານ Saeed Mamouzini, ເຈົ້າ​ຫນ້າ​ທີ່​ພັກ​ປະ​ຊາ​ທິ​ປະ​ໄຕ ຊາວ ເຄີດ​ສ ໃຫ້​ຮູ້​ວ່າ: ການ​ລອບ​ຈັບ​ຕົວ​ດັ່ງ​ກ່າວ​ແມ່ນ​ດຳ​ເນີນ​ກ່ອນນີ້ ສອງ​ສາມ​ວັນ ແລະ ພວກ​ເດັກ​ນ້ອຍ​ສ່ວນ​ຫລາຍ​ແມ່ນ​ມີ​ອາ​ຍຸ​ແຕ່ 11-15 ປີ. ຈຳ​ນວນ​ເດັກ​ດັ່ງ​ກ່າວ​ຖືກ​ສົ່ງ​ເຖິງ​ບັນ​ດາ​ຄ້າ​ຍ​ພິ​ເສດ ເພື່ອ​ອົບ​ຮົມ​ການ​ນຳ​ໃຊ້​ອາ​ວຸດ ແລະ ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ. ໃນ​ວັນ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ອີ​ຣັກ, ທ່ານ Abdulkarim Fares ຖືກ​ບັນ​ດາ​ມື​ປືນ​ລອບ​ຈັບ​ຕົວ​ຢູ່ ເມືອງ Bunoug ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫລວງ ແບກ​ແດດ. ປະ​ຈຸ​ບັນ ບໍ່​ທັນ​ມີ​ຂ່າວ​ຄາວ​ກ່ຽວ​ກັບ​ກຳ​ລັງ​ຢືນ​ເບື້ອງ​ຫລັງ​ເຫດ​ລອບ​ຈັບ​ຕົວ​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ