ISວາງລະເບີດຢູ່ເຢແມນເຮັດໃຫ້130ຄົນເສຍຊີວິດແລະຮັບບາດເຈັບ

ISວາງລະເບີດຢູ່ເຢແມນເຮັດໃຫ້130ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ​ເຫດ​ວາງ​ລະ​ເບີດສະຫຼະ​ຊີ​ບ 2 ຄັ້ງ​ໂດຍ​ກຸ່ນ​ລັດ​ອິດສລາມ IS ຂະ​ໜານ​ນາມ​ເອງ ປະຕິບັດ​ຢູ່​​ໂບດ​ອິດສລາມ​ແຫ່ງ​ໜຶ່ງ ຂອງ​ຊາວ Siite ທີ່​ນະຄອນຫຼວງ Sanaa ຂອງ​ເຢ​ແມນ ​ໃນ​ວັນ​ທີ 02/09. ບັນດາ​ຕົວ​ພະຍານ​ໃຫ້​ຮູ້​ວ່າ, ​ເຫດ​ວາງ​ລະ​ເບີດ​ຄັ້ງ​ທຳ​ອິດ​ແມ່ນ​ຜູ້​ຊາຍ​ຄົນ​ໜຶ່ງ​ປະຕິບັດ​ຢູ່​ໂບດ​ທີ່​ເມືອງ Jarraf. ຫຼັງ​ຈາກ​ນັ້ນ, ​ມີລົດ​ໂອ​ໂຕ​ຄັນ​ໜຶ່ງທີ່​ຈອດ​ຢູ່​ແຄມ​ທາງ​ກໍ​ຖືກ​ລະ​ເບີດ​. ​​ຖະ​ແຫຼງການ​ໃນ​​ແວບ​​ໄຊ​ສັງຄົມ, IS ​ໄດ້​ຍ້ອມ​ຮັບ​ວ່າ​ໄດ້ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ນີ້.

          ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢ່າງ​ໜ້ອຍ​ສຸດ​ມີ 10 ຄົນ​ເສຍ​ຊີວິດ ​ແລະ ນັບ​ສີ​ບຄົນ​ຮັບ​ບາດ​ເຈັບ ​ໃນ​ເຫດ​ວາງ​ລະ​ເບີດ​​ລົດ​ໂອ​ໂຕ ຢູ່​ນະຄອນ​ທ່າ​ກໍ່າ​ປັນ Latakia ຂອງ​ຊີຣີ. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ອົງການ ຫຼື ສ່ວນ​ບຸກຄົນ​ໃດ​ກ່າວ​ຮັບ​ຜິດ​ຊອບຕໍ່​ເຫດ​ວາງ​ລະ​ເບີດ​ນີ້​ເທື່ອ.

ຂ່າວ/ບົດ​ອື່ນ